ນັກອອກແບບ ແລະ ຕົກແຕ່ງພາຍໃນ
ນິຍາມອາຊີບ
ນັກອອກແບບ ແລະ ຕົກແຕ່ງພາຍໃນ ແມ່ນຜູ້ທີ່ຄິດ-ວາງແຜນໃນການອອກແບບ ແລະ ຕົກແຕ່ງພາຍໃນພື້ນທີ່ເຊັ່ນ: ພາຍໃນຕຶກອາຄານທີ່ຢູ່ອາໄສ, ໂຮງແຮມ, ຕຶກສໍານັກງານ ແລະ ສະຖານທີ່ຕ່າງໆໃຫ້ມີຄວາມສວຍງາມ, ເໝາະສົມກັບຕຶກອາຄານພາຍນອກ ແລະ ຕອບໂຈດຄວາມຕ້ອງການຂອງລູກຄ້າຜູ້ທີ່ເປັນເຈົ້າຂອງໂຄງການ ໂດຍການອອກແບບ ແລະ ຕົກແຕ່ງພາຍໃນຈໍາເປັນຕ້ອງໄດ້ໃຊ້ສິລະປະ, ຄໍານຶງເຖິງຄວາມເໝາະສົມກັບພື້ນທີ່ ແລະ ຍັງຕ້ອງຄໍານຶງເຖິງວັດຖຸດິບທີ່ໃຊ້ໃນການຕົກແຕ່ງ.
ການເຮັດວຽກ
ລັກສະນະວຽກ
ລັກສະນະວຽກຂອງນັກອອກແບບ ແລະ ຕົກແຕ່ງພາຍໃນແມ່ນຈະເປັນວຽກໂຄງການ ໂດຍສະເພາະແມ່ນໂຄງການອອກແບບ ເຊິ່ງມີການເຮັດວຽກໃນຫ້ອງການເປັນຕົ້ນແມ່ນການວາງແຜນ, ການອອກແບບ ແລະ ຍັງຕ້ອງໄດ້ມີການເຮັດວຽກນອກສະຖານທີ່ເປັນຕົ້ນແມ່ນການກວດແບບງານ, ການຕົກແຕ່ງພາຍໃນບາງສ່ວນທີ່ຈະຕ້ອງລົງມືເຮັດເອງ.
ໜ້າທີ່ຮັບຜິດຊອບ
-
ນັດໂອ້ລົມກັບລູກຄ້າ ເພື່ອຈະເຂົ້າໃຈແບບຄວາມຕ້ອງການຂອງລູກຄ້າ
-
ສຶກສາໂຄງການ, ອອກແບບຕົກແຕ່ງ, ຄໍານວນແບບ ແລະ ປະເມີນລາຄາ
-
ສົ່ງແບບໃຫ້ລູກຄ້າເປັນຄົນປະເມີນ ແລະ ແກ້ໄຂແບບຕາມການແນະນໍາຂອງລູກຄ້າ
-
ເມື່ອລູກຄ້າກວດແບບຜ່ານສົມບູນ ແລະ ເຊັນສັນຍາກັນແລ້ວ, ນັກອອກແບບຕົກແຕ່ງພາຍໃນຈຶ່ງສົ່ງແບບໃຫ້ຊ່າງ ພ້ອມທັງແນະນໍາຊ່າງ ເພື່ອໃຫ້ແບບເປັນຕາມການອອກແບບ ແລະ ເງື່ອນໄຂສັນຍາ
-
ເດີນທາງໄປກວດເບິ່ງການກໍ່ສ້າງ (ກວດກາວຽກງານ)
ສະຖານທີ່ເຮັດວຽກ
-
ບໍລິສັດອອກແບບ ແລະ ຕົກແຕ່ງ
-
ບໍລິສັດຮັບເໝົາກໍ່ສ້າງ
-
ເຮັດອາຊີບເປັນອິດສະຫຼະກອນ ບໍ່ຂຶ້ນກັບໃຜ (Freelancer)
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ສະຖາປະນິກ
-
ຜູ້ຮັບເໝົາກໍ່ສ້າງ ຫຼື ວິສະວະກອນ
-
ຊ່າງກໍ່ສ້າງ
-
ລູກຄ້າ
ທາງເລືອກອາຊີບ
-
ນັກອອກແບບຕົກແຕ່ງພາຍໃນສ່ວນໃຫຍ່ຈະຖືກເອີ້ນເປັນອັນດຽວ ແຕ່ຫາກວ່າເຈາະເລິກໄປກວ່ານັ້ນ ຜູ້ອອກແບບພາຍໃນ ແລະ ຜູ້ຕົກແຕ່ງຈະເປັນຄົນລະຄົນ. ຢ່າງໃດກໍຕາມ, ໃນປະເທດເຮົາບໍ່ມີການແຍກໜ້າວຽກຕາຍໂຕ ສ່ວນໃຫຍ່ຈະເອີ້ນເປັນອາຊີບດຽວກໍຄື ອອກແບບ ແລະ ຕົກແຕ່ງ. ດັ່ງນັ້ນ, ຜູ້ທີ່ປະກອບອາຊີບນີ້ຈຶ່ງມີທາງເລືອກອາຊີບທີ່ໜ້າສົນໃຈຄື:
-
ສາມາດເຮັດເປັນນັກອອກແບບ-ຕົກແຕ່ງໃນບໍລິສັດ
-
ສາມາດເຮັດອາຊີບອິດສະຫຼະກອນ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ເລື່ອນຂັ້ນເປັນຜູ້ຈັດການ, ເປັນຫົວໜ້າ ແລະ ເບິ່ງແຍງນັກອອກແບບຄົນອື່ນໆ
-
ສາມາດຜັນໂຕເປັນຜູ້ບໍລິຫານບໍລິສັດອອກແບບ ແລະ ຕົກແຕ່ງ
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ປັດຈຸບັນ, ປະເທດເຮົາກໍາລັງພັດທະນາ ເຮັດໃຫ້ມີການບຸກເບີກເນື້ອທີ່ ແລະ ສ້າງຕຶກອາຄານໃໝ່ໆຂຶ້ນຢ່າງຫຼວງຫຼາຍ ຄວບຄູ່ກັບການສ້າງຕຶກອາຄານໃຫ້ສວຍງາມນັ້ນ, ທາງໃນຕຶກອາຄານກໍຕ້ອງມີຄວາມສວຍງາມ ແລະ ເຂົ້າກັບພາຍນອກອາຄານ. ນັກອອກແບບຕົກແຕ່ງພາຍໃນ ຈຶ່ງເປັນທີ່ຕ້ອງການຂອງຕະຫຼາດແຮງງານ ແລະ ສັງຄົມ. ເຈົ້າຂອງຮ້ານອາຫານ, ໂຮງແຮມ, ຣີສອດຕ່າງໆ ຕ່າງກໍຕ້ອງການການອອກແບບທີ່ແປກໃໝ່, ປະຫຍັດຊັບພະຍາກອນ. ດັ່ງນັ້ນ, ການອອກແບບຈຶ່ງເປັນສິ່ງທີ່ໜ້າສົນໃຈຢູ່ເລື້ອຍໆ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ເປັນອາຊີບທີ່ສັງຄົມຕ້ອງການ
-
ມີລາຍໄດ້ສູງ ເພາະເຮັດເປັນໂຄງການ
-
ມີເຄືອຂ່າຍທາງສັງຄົມເພີ່ມໃໝ່ເລື້ອຍໆ
-
ອາຊີບສາມາດຜັນປ່ຽນໄປໄດ້ຫຼາຍ ເຊັ່ນ: ຖ້າສຶກສາເລື່ອງການອອກແບບຜະລິດຕະພັນ ຫຼື ອອກແບບບ້ານຄ້າຍຄືສະຖາປະນິກ ກໍຈະສາມາດເຮັດໄດ້ງ່າຍກວ່າສາຍອາຊີບອື່ນ
ຂໍ້ເສຍ
-
ເນື່ອງຈາກວ່າວຽກເປັນວຽກໂຄງການ. ດັ່ງນັ້ນ, ວຽກອາດມາເປັນຊ່ວງ ເຮັດໃຫ້ລາຍໄດ້ບໍ່ສະໝໍ່າສະເໝີ ຖ້າຫາກວ່າເຮັດເປັນອິດສະຫຼະສ່ວນຕົວ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມຄິດສ້າງສັນ, ສາມາດອອກແບບທີ່ແປກໃໝ່ ແລະ ບໍ່ຊໍ້າໃຜ
-
ເປັນຄົນລະອຽດຮອບຄອບ
-
ສາມາດຮັບຮູ້ຄວາມຕ້ອງການຂອງລູກຄ້າໄດ້
-
ມີມະນຸດສໍາພັນດີ
ທັກສະທີ່ເໝາະສົມກັບອາຊີບ
-
ຕ້ອງຈົບການສຶກສາ ສາຂາທີ່ກ່ຽວຂ້ອງເຊັ່ນ: ອອກແບບ ແລະ ຕົກແຕ່ງພາຍໃນ
-
ທັກສະການເຈລະຈາຕໍ່ລອງ
-
ທັກສະໃນການໃຊ້ຄອມພິວເຕີໃນການອອກແບບ
-
ມີຄວາມຮູ້ດ້ານແຕ້ມແບບດ້ວຍມື
-
ຄວາມຮູ້ດ້ານການຄິດໄລ່
ຄຸນຄ່າຂອງອາຊີບ
ອາຊີບນີ້ສາມາດຕອບໂຈດໃຫ້ກັບລູກຄ້າໃຫ້ໄດ້ຮັບອາຄານທີ່ສວຍງາມທັງພາຍໃນ ແລະ ພາຍນອກ. ເຮັດໃຫ້ສະຖານທີ່ຢູ່ອາໄສເໝາະສົມກັບຄົນຢູ່, ເຮັດໃຫ້ບັນດາສະຖານທີ່ຕ່າງໆເບິ່ງມີສີສັນ ເພາະມີການອອກແບບທີ່ແຕກຕ່າງກັນ. ຕົວຢ່າງເຊັ່ນ: ຮ້ານຄາເຟ່ແຕ່ລະຮ້ານຈະມີເອກະລັກໃນການອອກແບບ ແລະ ການຕົກແຕ່ງຮ້ານທີ່ບໍ່ຄືກັນ ແລະ ນັ້ນຄືສະເໜ່ທີ່ເຮັດໃຫ້ລູກຄ້າຢາກໄປຢ້ຽມຢາມ, ຖ່າຍຮູບເພື່ອເ ປັນທີ່ລະນຶກ.
ຊ່ອງທາງການສຶກສາເພີ່ມເຕີມ
-
ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້ແມ່ນ:
-
ຄະນະສະຖາປັດຕະຍະກຳສາດ ມະຫາວິທະຍາໄລແຫ່ງຊາດ
ນອກຈາກນັ້ນ, ຍັງສາມາດຮຽນຮູ້ຜ່ານອິນເຕີເນັດເປັນຕົ້ນແມ່ນ: Youtube, Facebook, Google ແລະ ຜ່ານການສຶກສາບັນດາທິດສະດີຕ່າງໆ.
ອາຊີບທີ່ໃກ້ຄຽງ
-
ສະຖາປະນິກ
-
ນັກອອກແບບກຣາຟຟິກ
-
ນັກອອກແບບເສື້ອຜ້າ
ຄໍາແນະນໍາການພັດທະນາຕົນເອງ
-
ຮຽນຮູ້ແນວຄິດສິລະປະ ຫຼື ຈຸດພິເສດການຕົກແຕ່ງບ້ານເຮືອນຂອງແຕ່ລະປະເທດ
-
ສຶກສາຄວາມສົນໃຈຂອງຄົນໃນສັງຄົມກ່ຽວກັບການຕົກແຕ່ງພາຍໃນບ້ານ
-
ສຶກສາວິທີການຄິດໄລ່ຕ່າງໆ
-
ສຶກສາພາສາຕ່າງປະເທດ
ຊ່ວງເວລາໃນການເຮັດວຽກ
-
ຂຶ້ນກັບບໍລິສັດ ຫຼື ອົງກອນທີ່ເຮົາເຮັດວຽກນັ້ນຈະກໍານົດ, ຖ້າເຮັດເປັນອິດສະຫຼະກອນ ແມ່ນບໍ່ມີໂມງຕາຍຕົວ
