top of page
ນັກດາລາສາດ
ນິຍາມອາຊີບ
ນັກດາລາສາດ ແມ່ນຜູ້ທີ່ສຶກສາ ແລະ ຄົ້ນຄວ້າກ່ຽວກັບປາກົດການທາງດາລາສາດ ເຊິ່ງດາລາສາດແມ່ນສຶກສາກ່ຽວກັບວັດຖຸນອກໂລກ ເຊັ່ນ: ບັນຍາກາດຂອງໂລກ, ດາວເຄາະ, ດາວຫາງ, ອຸກາບາກ ແລະ ຈັກກະວານອື່ນໆ ພ້ອມທັງສຶກສາປາກົດການທີ່ເກີດຂຶ້ນນອກຊັ້ນບັນຍາກາດ ໂດຍສຶກສາລັກສະນະທາງຟີຊິກ, ເຄມີ, ອຸຕຸນິຍົມ ແລະ ການເຄື່ອນໄຫວຂອງວັດຖຸຕ່າງໆ.
ການເຮັດວຽກ
ລັກສະນະວຽກ
ວຽກຂອງນັກດາລາສາດ ແມ່ນວຽກທີ່ໃຊ້ວິທະຍາສາດ ແລະ ເຕັກໂນໂລຊີເຂົ້າໃນການເຮັດວຽກ ເຊິ່ງເວລາໃນການເຮັດວຽກສ່ວນໃຫຍ່ແມ່ນຢູ່ຫ້ອງປະຕິບັດການ ຫຼື ຫ້ອງແລ໋ບ(Laboratory) ໂດຍມີການສັງເກດວັດຖຸນອກອາວະກາດ ແລະ ມີການນໍາໃຊ້ໂປຣແກຣມຄອມພິວເຕີ ເພື່ອສ້າງແບບຈໍາລອງ ຫຼື ວິເຄາະຂໍ້ມູນ.
ນັກດາລາສາດໃນສາກົນແບ່ງອອກເປັນ 2 ປະເພດຄື: ນັກດາລາສາດໃນດ້ານການສັງເກດ ແລະ ນັກດາລາສາດໃນດ້ານທິດສະດີ
- ນັກດາລາສາດໃນດ້ານການສັງເກດ ແມ່ນຈະເກັບຂໍ້ມູນ ແລະ ວິເຄາະຂໍ້ມູນກ່ຽວກັບວັດຖຸເທິງອາວະກາດ
- ນັກດາລາສາດໃນດ້ານທິດສະດີ ແມ່ນຈະເນັ້ນການຈໍາລອງໃນທາງວິເຄາະ ເພື່ອອະທິບາຍເຖິງປາກົດການຕ່າງໆ
ໜ້າທີ່ຮັບຜິດຊອບ
-
ສັງເກດ ແລະ ສຶກສາປາກົດການເທິງທ້ອງຟ້າໂດຍໃຊ້ກ້ອງສ່ອງຈາກພື້ນດິນ
-
ເກັບກໍາຂໍ້ມູນຕ່າງໆທາງດາລາສາດທີ່ຕົນເອງໄດ້ຄົ້ນຄວ້າ ແລະ ສຶກສາ
-
ສຶກສາຂໍ້ມູນທາງດາລາສາດ ເປັນຕົ້ນແມ່ນການຫາຂໍ້ມູນຄວາມຈິງ. ຕົວຢ່າງເຊັ່ນ: ກາແລັກຊີເກີດມາຈາກຫຍັງ? ດາວເຄາະແຕ່ລະດວງແຕກຕ່າງກັນແບບໃດ?
-
ຄົ້ນຄວ້າ ແລະ ພັດທະນາທິດສະດີທາງດາລາສາດ
-
ເຜີຍແຜ່ຄວາມຮູ້ ແລະ ຂໍ້ມູນຕ່າງໆທາງດາລາສາດໃຫ້ແກ່ຜູ້ທີ່ສົນໃຈ
-
ຂຽນແຜນເພື່ອຂໍສະເໜີທຶນໃນການສຳຫຼວດ
-
ນໍາສະເໜີຜົນການສໍາຫຼວດຂອງຕົນເອງ
ສະຖານທີ່ເຮັດວຽກ
-
ຫ້ອງທົດລອງ (ແລ໋ບ)
-
ສູນວິໄຈດາລາສາດແຫ່ງຊາດ
-
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ນັກຂ່າວ
-
ນັກດາລາສາດຄົນອື່ນໆ
-
ນັກວິສະວະກອນຄອມພິວເຕີ
-
ນັກວິສະວະກອນເຕັກໂນໂລຊີ
ທາງເລືອກອາຊີບ
ທາງເລືອກຂອງນັກດາລາສາດມີຫຼາຍທາງເລືອກທີ່ສາມາດຜັນໂຕເຮັດໄດ້ຫຼາຍສາຍອາຊີບຄື:
-
ນັກຟີຊິກສາດ
-
ອາຈານສອນກ່ຽວກັບຟີຊິກໃນຂັ້ນມະຫາໄລ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ລາຍໄດ້ໃນສາຍອາຊີບນີ້ແມ່ນສູງຫຼາຍ ອີງຕາມການຄົ້ນຄວ້າຈາກເວັບໄຊ້ຂອງ Prospect ຂອງປະເທດອັງກິດ ລາຍໄດ້ຕໍ່າສຸດແມ່ນ 15.000 ຢູໂຣ ຕໍ່ເດືອນ
-
ການສຶກສາຕໍ່ໃນລະດັບທີ່ສູງຂຶ້ນ ແລະ ມີປະສົບການເຮັດວຽກແມ່ນລາຍໄດ້ຈະເພີ່ມສູງຂຶ້ນອີກ
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ອາຊີບນີ້ຍັງບໍ່ມີໃນລາວໂດຍກົງເທື່ອ. ດັ່ງນັ້ນ, ຜູ້ທີ່ມັກ-ຮັກໃນສາຍອາຊີບນີ້ແມ່ນຈໍາເປັນຕ້ອງໄດ້ສຶກສາໃນລະດັບປະລິນຍາໂທ ຫຼື ປະລິນຍາເອກ ຢູ່ໃນຕ່າງປະເທດໄດ້ ເພື່ອຈະສາມາດປະກອບອາຊີບ ແລະ ສາມາດເອີ້ນວ່າ: ນັກດາລາສາດໄດ້.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ມີລາຍໄດ້ສູງ ແລະ ໝັ້ນຄົງ
-
ເປັນທີ່ຮູ້ຈັກຂອງຄົນໃນສັງຄົມ
-
ໄດ້ມີບົດຄົ້ນຄວ້າທີ່ໜ້າສົນໃຈ ເພື່ອສະເໜີຕໍ່ສາຍຕາຂອງຄົນໃນສັງຄົມ
ຂໍ້ເສຍ
-
ຄວາມກົດດັນໃນການເຮັດວຽກ ເພາະເປັນວຽກທີ່ຕ້ອງໄດ້ຢູ່ຫ້ອງປະຕິບັດການເປັນເວລາດົນ ເຮັດໃຫ້ເສຍສຸຂະພາບບາງຄັ້ງ
-
ສາຍການຮຽນໃນສາຍນີ້ຍັງບໍ່ມີຮຽນໂດຍກົງໃນປະເທດເຮົາ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີໃຈຮັກໃນດ້ານການສຶກສາກ່ຽວກັບວັດຖຸນອກໂລກ ເຊັ່ນ: ດວງເດືອນ, ດວງດາວ ແລະ ອື່ນໆ
-
ມັກຮັກໃນວຽກງານການຄົ້ນຄວ້າ
-
ມີຄວາມອົດທົນ ແລະ ມີຄວາມລະອຽດຮອບຄອບ
-
ມັກສັງເກດ
-
ມັກ-ຮັກໃນການແບ່ງປັນ
ທັກສະທີ່ເໝາະສົມກັບອາຊີບ
-
ຄວາມຮູ້ທາງດ້ານຟີຊິກສາດ
-
ຄວາມຮູ້ທາງດ້ານວິທະຍາສາດ
-
ຄວາມຮູ້ທາງດ້ານວິທະຍາສາດຄອມພິວເຕີ
-
ຄວາມຮູ້ທາງທໍລະນີວິທະຍາ
-
ຄວາມຮູ້ກ່ຽວກັບອາວະກາດ
-
ການເຮັດວຽກເປັນທີມ
-
ທັກສະການຄິດວິເຄາະ
-
ທັກສະດ້ານການຮຽນ
ຄຸນຄ່າຂອງອາຊີບ
ນັກດາລາສາດເຮັດໃຫ້ມະນຸດໄດ້ເຂົ້າໃຈປາກົດການກ່ຽວກັບໂລກ, ອາວະກາດ ແລະ ສິ່ງອື່ນໆໃນນອກໂລກຫຼາຍຂຶ້ນ. ນອກນີ້, ດາລາສາດຍັງເຮັດໃຫ້ມະນຸດໃຫ້ຄວາມສໍາຄັນ ແລະ ຕື່ນຕົວກັບການຮັກສາໂລກຂອງເຮົາຫຼາຍຂຶ້ນ.
ຊ່ອງທາງການສຶກສາເພີ່ມເຕີມ
ຢູ່ ສ.ປ.ປ ລາວ ໃນລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ແມ່ນຍັງບໍ່ມີສາຍການຮຽນທີ່ກ່ຽວຂ້ອງກັບດາລາສາດມາກ່ອນ. ດັ່ງນັ້ນ, ສາຍການຮຽນນີ້ແມ່ນສາມາດໄປຮຽນໄດ້ໃນຕ່າງປະເທດ ຫຼື ຖ້າຫາກຈົບປະລິນຍາຕີຢູ່ລາວ ແລະ ສາມາດສຶກສາລົງເລິກສາຍການຮຽນກ່ຽວກັບອາຊີບນີ້ໄດ້ອີກໃນຕ່າງປະເທດ.
ອາຊີບທີ່ໃກ້ຄຽງ
-
ນັກທໍລະນີວິທະຍາ
-
ນັກພູມສາດ
-
ນັກຟີຊິກສາດ
-
ນັກອຸຕຸນິຍົມວິທະຍາ
ຄໍາແນະນໍາການພັດທະນາຕົນເອງ
-
ສຶກສາໃນສາຂາທີ່ກ່ຽວຂ້ອງ ເຊັ່ນ: ຟີຊິກສາດ, ເຄມີສາດ, ວິສະວະກຳຄອມພິວເຕີ ແລະ ອື່ນໆ ເພື່ອສຶກສາຕໍ່ໃນລະດັບປະລິນຍາໂທ ແລະ ປະລິນຍາເອກໃນສາຂາດາລາສາດ
ຊ່ວງເວລາໃນການເຮັດວຽກ
-
ຂຶ້ນກັບການຄົ້ນຄວ້າຂອງນັກດາລາສາດ
bottom of page




