top of page
ວິສະວະກອນບໍ່ແຮ່
ນິຍາມອາຊີບ
ວິສະວະກອນບໍ່ແຮ່ ແມ່ນວິຊາການທີ່ສໍາຫຼວດ, ວາງແຜນ, ອອກແບບວິທີການຂຸດເຈາະ ແລະ ດໍາເນີນການຂຸດເຈາະຊັບພະຍາກອນທຳມະຊາດທີ່ຢູ່ໃຕ້ດິນ ເປັນຕົ້ນແມ່ນ: ແຮ່ທາດ, ນ້ຳມັນ ແລະ ກ໊າສທຳມະຊາດຈາກແຫຼ່ງກັກເກັບໃຕ້ຜິວດິນທີ່ສໍາຫຼວດ.
ການເຮັດວຽກ
ລັກສະນະວຽກ
ລັກສະນະວຽກໃນພາບລວມຂອງນັກວິສະວະກອນບໍ່ແຮ່ແມ່ນເຮັດວຽກທີ່ກ່ຽວກັບຂະບວນການຂຸດຄົ້ນ, ໄຈ້ແຍກປະເພດແຮ່ທາດ, ນ້ຳມັນ, ກ໊າສທໍາມະຊາດ ທີ່ຢູ່ໃຕ້ດິນ ເຊິ່ງວ່າຊັບພະຍາກອນທີ່ກ່າວມານັ້ນແມ່ນເຮົາບໍ່ສາມາດເຫັນໄດ້ດ້ວຍຕາເປົ່າຢູ່ເທິງໜ້າດິນ. ດັ່ງນັ້ນ, ອາຊີບນີ້ຈຶ່ງຕ້ອງໄດ້ໃຊ້ຈິນຕະນາການ, ການຄິດໄລ່, ການຄາດເດົາ ວ່າພື້ນໃດທີ່ຂຸດເຈາະດິນລົງໄປແລ້ວຈະພົບກັບຊັບພະຍາກອນດັ່ງກ່າວ. ນອກນັ້ນ, ວິສະວະກອນບໍ່ແຮ່ຍັງແມ່ນຜູ້ທີ່ຄິດຄົ້ນວິທີການຂຸດເຈາະ ແລະ ວາງແຜນໃນການຂຸດເຈາະອີກດ້ວຍ.
ໜ້າທີ່ຮັບຜິດຊອບ
-
ເດີນທາງສໍາຫຼວດ ເພື່ອເກັບຂໍ້ມູນ
-
ນໍາເອົາຂໍ້ມູນທີ່ໄດ້ ໄປວິເຄາະຂໍ້ມູນເພື່ອອອກແບບ ແລະ ຂະບວນການຜະລິດບໍ່ແຮ່ຈາກພື້ນທີ່ສໍາຫຼວດ
-
ຄິດຄົ້ນວິທີການສໍາຫຼວດ ໂດຍນໍາໃຊ້ເຕັກໂນໂລຊີ ເພື່ອໃຫ້ຂະບວນການຂຸດຄົ້ນໄດ້ຜົນຜະລິດສູງສຸດ ໂດຍມີການຄິດໄລ່ ແລະ ວິເຄາະຫຼາຍໆດ້ານກ່ຽວກັບປະລິມານ, ຄວາມສາມາດໃນການຂຸດເຈາະ ເພື່ອໃຫ້ຮັບປະກັນວ່າການຂຸດຄົ້ນໃນຄັ້ງນັ້ນໆຈະຄຸ້ມຄ່າ ກ່ອນທີ່ຈະມີການຂຸດເຈາະຕົວຈິງ
-
ສໍາຫຼວດແຫຼ່ງບໍ່ແຮ່ໃໝ່ໆ ທັງເທິງແຜ່ນດິນ ແລະ ໃນທະເລ
ສະຖານທີ່ເຮັດວຽກ
-
ບໍລິສັດຜະລິດນ້ຳມັນ
-
ບໍລິສັດຂຸດຄົ້ນບໍ່ແຮ່
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ນັກທໍລະນີວິທະຍາ
-
ນັກທໍລະນີເຕັກນິກ
-
ວິສະວະກອນໂຍທາ
-
ວິສະວະກອນບໍ່ແຮ່ຄົນອື່ນໆ
ທາງເລືອກອາຊີບ
ຖ້າເປັນບໍລິສັດໃຫຍ່ໆ ວຽກຂອງວິສະວະກອນບໍ່ແຮ່ແມ່ນຈະແບ່ງອອກເປັນສາຍຍ່ອຍດັ່ງນີ້ຄື:
-
ວິສະວະກອນແຫຼ່ງຈັດເກັບ
-
ວິສະວະກອນຂຸດເຈາະ
-
ວິສະວະກອນການຜະລິດ
ເຊິ່ງນັກວິສະວະກອນບໍ່ແຮ່ແມ່ນຈະມີທາງເລືອກໃນສາຍງານທີ່ຍາກໃນການລົງເລິກຄື:
-
ຖ້າຫາກວ່າໃນບໍລິບົດຂອງປະເທດເຮົາ ນັກວິສະວະກອນບໍ່ແຮ່ແມ່ນສາມາດເຮັດວຽກກ່ຽວກັບການຂຸດຄົ້ນກ໊າສທໍາມະຊາດ ຫຼື ບັນດາແຮ່ທາດຕ່າງໆໄດ້
-
ສາມາດເປັນວິຊາການທີ່ບໍລິຫານກ່ຽວກັບນ້ຳມັນໃນບໍລິສັດຕ່າງໆ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ເສັ້ນທາງການເຕີບໂຕຂອງນັກວິສະວະກອນບໍ່ແຮ່ມີຄື:
-
ຖ້າຫາກວ່າມີປະສົບການໃນການເຮັດວຽກຫຼາຍປີ ກໍຈະໄດ້ຮັບຄ່າຈ້າງທີ່ເພີ່ມຂຶ້ນ ແລະ ມີລາຍໄດ້ຫຼາຍ
-
ມີໂອກາດໃນກາດໄດ້ເຮັດວຽກຮ່ວມກັບວິຊາການທີ່ເກັ່ງໆຂອງຕ່າງປະເທດ
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ການແຂ່ງຂັນຂອງຕະຫຼາດແຮງງານໃນສາຍອາຊີບນີ້ແມ່ນຍັງບໍ່ສູງ ເນື່ອງຈາກຫຼາຍສາເຫດ ເຊັ່ນ: ຕະຫຼາດຮອງຮັບທີ່ເຮັດວຽກກ່ຽວກັບການຂຸດເຈາະນໍ້າມັນໃນປະເທດເຮົາແມ່ນຍັງບໍ່ມີ ອາດພົບເຫັນມີການຂຸດເຈາະກ່ຽວກັບທໍາມະຊາດ ແຕ່ຂະໜາດນ້ອຍ. ຢ່າງໃດກໍຕາມ, ຜູ້ທີ່ເຮັດວຽກໃນຂະແໜງການນີ້ກໍຈະມີລາຍໄດ້ຂ້ອນຂ້າງສູງ ເນື່ອງຈາກວ່າມີຜູ້ປະກອບອາຊີບນີ້ໜ້ອຍ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ລາຍໄດ້ຂ້ອນຂ້າງສູງ
-
ເປັນອາຊີບທີ່ຄົນລາວຍັງບໍ່ປະກອບຫຼາຍ
-
ມີໂອກາດເຮັດວຽກກັບວິສະວະກອນ ຫຼື ຊ່ຽວຊານທີ່ມາຈາກຕ່າງປະເທດ
ຂໍ້ເສຍ
-
ຢູ່ປະເທດເຮົາບໍ່ຄ່ອຍພົບເຫັນການຂຸດຄົ້ນນໍ້າມັນ ແລະ ກ໊າສທໍາມະຊາດຫຼາຍ ເຊິ່ງເຮັດໃຫ້ຕະຫຼາດແຮງງານໃນສາຍອາຊີບນີ້ແມ່ນຍັງມີໜ້ອຍ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີໃຈຮັກໃນວຽກທີ່ທ້າທາຍ ແລະ ສາມາດເຮັດວຽກກາງແຈ້ງ, ກາງຄືນ ແລະ ກາງເວັນໄດ້ ເວົ້າໄດ້ວ່າ ສາມາດປັບໂຕເຂົ້າກັບທຸກສະຖານທີ່ໃນການເຮັດວຽກ
-
ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້
-
ມີຄວາມຮັບຜິດຊອບຕໍ່ໜ້າວຽກສູງ
ທັກສະທີ່ເໝາະສົມກັບອາຊີບ
-
ຄວາມຮູ້ດ້ານວິຊາການທີ່ກ່ຽວຂ້ອງກັບນໍ້າມັນ ແລະ ກ໊າສທໍາມະຊາດ
-
ທັກສະດ້ານການຄິດວິເຄາະເຖິງຄວາມເປັນໄປໄດ້, ການດໍາເນີນການຂຸດເຈາະ, ຄວາມຄຸ້ມຄ່າກັບການຂຸດເຈາະຕ່າງໆ ລວມໄປເຖິງການຄໍານຶງເຖິງອຸປະກອນ ແລະ ເຄື່ອງມືດ້ານເຕັກໂນໂລຊີທີ່ໃຊ້ໃນກາຂຸດເຈາະ
-
ທັກສະດ້ານຄະນິດສາດ ເພາະຕ້ອງມີການຄິດໄລ່, ການຄໍານວນຕ່າງໆ ກ່ອນທີ່ຈະມີການຂຸດເຈາະ
-
ທັກສະດ້ານການແກ້ໄຂບັນຫາສະເພາະໜ້າ
-
ຄວາມຮູ້ກ່ຽວກັບລະບົບຄອມພິວເຕີ ເພາະຈະໃຊ້ໃນການຄິດວິເຄາະ, ການຄໍານວນ
-
ຖ້າມີທັກສະດ້ານພາສາຕ່າງປະເທດ ກໍຈະສາມາດຕໍ່ຍອດຕົນເອງ ໃຫ້ເຮັດວຽກໃນຕະຫຼາດແຮງງານຂອງສາກົນໄດ້
ຄຸນຄ່າຂອງອາຊີບ
ອາຊີບວິສະວະກອນບໍ່ແຮ່ແມ່ນມີຄວາມສໍາຄັນຕໍ່ກັບສັງຄົມເຮົາຫຼາຍ ເນື່ອງຈາກວ່າກ່ອນທີ່ເຮົາຈະມີນ້ຳມັນລົດໃນການເດີນທາງແຕ່ລະມື້, ໂຮງງານມີກໍາລັງໃນການຜະລິດ ແລະ ກ່ອນທີ່ເຮົາຈະມີກ໊າສໃນການປຸງແຕ່ງອາຫານ ກໍເກີດມາຈາກການຂຸດຄົ້ນຂອງບັນດາວິສະວະກອນຕ່າງໆ.
ຊ່ອງທາງການສຶກສາເພີ່ມເຕີມ
ສະຖາບັນທີ່ສຶກສາໂດຍກົງກ່ຽວກັບສາຍອາຊີບນີ້ ເຊັ່ນ:
-
ວິສະວະກໍາບໍ່ແຮ່ ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ
ອາຊີບທີ່ໃກ້ຄຽງ
-
ວິສະວະກອນປີໂຕຣລ່ຽມ
-
ວິສິວະກອນປີໂຕຣເຄມີ
ຄໍາແນະນໍາການພັດທະນາຕົນເອງ
-
ເຝິກຝົນທັກສະດ້ານຄະນິດສາດ ແລະ ການຄິດວິເຄາະ
-
ຖ້າຫາກວ່າເຮົາມີທັກສະດ້ານພາສາຕ່າງປະເທດ ເຮົາກໍສາມາດໄປເຮັດວຽກໃນຕະຫຼາດແຮງງານສາກົນໄດ້ເຊັ່ນກັນ
-
ສຶກສາກ່ຽວກັບແຮ່ທາດ, ກ໊າສທໍາມະຊາດ ແລະ ບັນດານ້ຳມັນດິບຕ່າງໆ
ຊ່ວງເວລາໃນການເຮັດວຽກ
-
ໂມງໃນການເຮັດວຽກແມ່ນຂຶ້ນກັບອົງກອນເປັນຄົນກໍານົດ
bottom of page
