top of page
ຊ່າງໄມ້ເຟີນິເຈີ
ນິຍາມອາຊີບ
ຊ່າງໄມ້ເຟີນິເຈີ ແມ່ນຜູ້ທີ່ມີຄວາມເຂົ້າໃຈໃນສ່ວນຕ່າງໆຂອງໄມ້ ແລະ ມີຄວ າມຮູ້ກ່ຽວກັບໄມ້ເປັນຢ່າງດີ. ນອກຈາກນັ້ນ, ຊ່າງໄມ້ຍັງໄດ້ໃຊ້ຄວາມຄິດສ້າງສັນເຂົ້າໃນການເຮັດວຽກ ເຊັ່ນ: ການອອກແບບ, ການແກະສະຫຼັກຜະລິດຕະພັນ ເພື່ອຕອບໂຈດກັບຄວາມຕ້ອງການຂອງລູກຄ້າ ແລະ ໃຫ້ເໝາະສົມກັບການໃຊ້ງານ.
ການເຮັດວຽກ
ລັກສະນະວຽກ
ລັກສະນະໜ້າວຽກຂອງຊ່າງໄມ້ເຟີນິເຈີ ແມ່ນກ່ຽວກັບການອອກແບບ ແລະ ຜະລິດເຄື່ອງໃຊ້ເຟີນິເຈີເປັນຕົ້ນ ເຊັ່ນ: ໂຕະ, ຕັ່ງ, ຕູ້ ແລະ ອື່ນໆ ອີງຕາມການຮ້ອງຂໍຂອງລູກຄ້າ ຫຼື ຕາມການອອກແບບຂອງຊ່າງໄມ້ ທີ່ຄິດວ່າສິນຄ້າຂອງຕົນເອງຈະສາມາດຊ່ວຍແກ້ບັນຫາ ແລະ ຕອບໂຈດຄວາມຕ້ອງການລູກຄ້າ.
ໜ້າທີ່ຮັບຜິດຊອບ
-
ໂອ້ລົມ ແລະ ສອບຖາມລູກຄ້າກ່ຽວກັບຄວາມຕ້ອງການຂອງພວກເຂົາ
-
ວິເຄາະຂໍ້ມູນທີ່ໄດ້ຮັບ ເພື່ອນໍາໄປອອກແບບ
-
ອອກແບບຮູບຊົງຜະລິດຕະພັນໄມ້ ທັ້ງໃນຮູບແບບທັນສະໄໝ ຫຼື ບູຮານຕາມຄວາມຕ້ອງການຂອງລູກຄ້າ
-
ຜະລິດເຟີນິເຈີ ເຊັ່ນ: ມີການຕັດ, ເລື່ອຍ, ກົບໄມ້, ແກະລວດລາຍ, ປະກອບໄມ້ ແລະ ອື່ນໆ
ສະຖານທີ່ເຮັດວຽກ
-
ໂຮງງານເຟີນິເຈີ
-
ໂຮງໄມ້
-
ຖ້າເຮັດອາຊີບອິດສະຫຼະ ກໍສາມາດຮັບຈ້າງເຮັດເຟີນິເຈີໄດ້ ຂໍພຽງແຕ່ມີພື້ນທີ່, ມີອຸປະກອນ ແລະ ມີຄວາມສາມາດ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ລູກຄ້າ
-
ຫົວໜ້າ ຫຼື ຜູ້ອອກແບບໄມ້ໂດຍສະເພາະ (ໃນກໍລະນີທີ່ຊ່າງໄມ້ບາງຄົນບໍ່ໄດ້ອອກແບບເອງ)
-
ຊ່າງໄມ້ຄົນອື່ນໆ
ທາງເລືອກອາຊີບ
-
ຊ່າງໄມ້ສາມາດປະກອບອາຊີບເປັນອາຊີບຫຼັກໄດ້
-
ຖ້າຫາກວ່າບາງຄົນມີໃຈມັກໃນດ້ານນີ້ ກໍສາມາດປະກອບເປັນອາຊີບເສີມໄດ້ ຖ້າຫາກວ່າມີອຸປະກອນ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ເມື່ອມີປະສົບການຫຼາຍຂຶ້ນສາມາດອອກແບບຜະລິດຕະພັນອື່ນໆທີ່ໜ້າສົນໃຈໄດ້
-
ເມື່ອສາມາດຮັບຮູ້ແນວທາງ, ສາມາດວິເຄາະການຕະຫຼາດ, ມີທຶນຮອນ ສາມາດເປີດຮ້ານເຟີນິເຈີເປັນຂອງຕົນເອງ ໂດຍມີການສ້າງເວັບໄຊ້ ຫຼື ຊ່ອງທາງໃນການວາງຂາຍສິນຄ້າຂອງຕົນເອງເພີ່ມຕື່ມ
-
ຖ້າຫາກວ່າຜູ້ທີ່ປະກອບອາຊີບດັ່ງກ່າວມີຄວາມຄິດສ້າງສັນ ກໍສາມາດຜະລິດເສດໄມ້ມາເປັນຜະລິດຕະພັນໃດໜຶ່ງໄດ້
ຂັ້ນລາຍໄດ້
(ບໍ່ມີຂໍ້ມູນ)
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ອາຊີບຊ່າງໄມ້ເຟີນິເຈີ ແມ່ນເປັນອາຊີບທີ່ຕ້ອງການຂອງຕະຫຼາດແຮງງານ ເຊິ່ງສະແດງອອກຄື: ໃນປັດຈຸບັນມີຫຼາຍຄົນທີ່ຫັນມາຕົກແຕ່ງ, ສ້ອມແປງ ແລະ ປົວແປງບ້ານ ສິ່ງໜຶ່ງທີ່ທຸກໆຄົວເຮືອນຂາດບໍ່ໄດ້ເລີຍກໍແມ່ນເຟີນິເຈີໄມ້ ເປັນຕົ້ນແມ່ນ: ໂຕະ, ຕຽງ, ຕັ່ງ, ຕູ້ ແລະ ອື່ນໆ. ດັ່ງນັ້ນ, ອາຊີບນີ້ຈຶ່ງເປັນອາຊີບທີ່ຍາກຫຼາຍທີ່ຈະຕົກວຽກ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ຊ່າງໄມ້ເປັນອາຊີບທີ່ໃຊ້ທັກສະທາງວິຊາຊີບ. ຢ່າງໃດກໍຕາມ, ທັກສະດັ່ງກ່າວບໍ່ພຽງແຕ່ໃຊ້ໃນການເຮັດວຽກ ແຕ່ຍັງສາມາດນໍາໃຊ້ເຂົ້າໃນຊີວິດປະຈຳວັນເຊັ່ນ: ສາມາດສ້ອມແປງ, ແກ້ໄຂຕັ່ງ ຫຼື ໂຕະ ແລະ ສິ່ງອື່ນໆທີ່ເປ່ເພໄດ້
-
ອາຊີບນີ້ສາມາດຕໍ່ຍອດໄດ້ຫຼາຍ
-
ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມຕ້ອງການຂອງລູກຄ້າ ວ່າລູກຄ້າຕ້ອງການເຟີນິເຈີແບບໃດ ແລະ ສິນຄ້າຂອງຕົນເອງໄດ້ເຂົ້າໄປຊ່ວຍແກ້ໄຂບັນຫາໃຫ້ກັບລູກຄ້າຄືແນວໃດ
ຂໍ້ເສຍ
-
ເລື່ອງຂອງຄວາມປອດໄພ, ບາງຄັ້ງອາດກໍ່ໃຫ້ເກີດການບາດເຈັບໄດ້ ເນື່ອງຈາກວ່າມີອຸປະກອນໃນການໃຊ້ງານຫຼາຍ
-
ການຜະລິດຕ້ອງໄດ້ຕາມການກໍານົດທີ່ໄດ້ຕົກລົງກັບລູກຄ້າໄວ້ ເຊິ່ງບາງຄັ້ງກໍເຮັດໃຫ້ຊ່າງກົດດັນ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມດຸໝັ່ນອົດທົນ
-
ມີຄວາມລະອຽດ ແລະ ປານີດໃນການຜະລິດສິນຄ້າ
-
ມີໃຈຮັກໃນດ້ານງານໄມ້
-
ມີຮ່າງກາຍທີ່ແຂງແຮງດີ
-
ມີຄວາມຊຳນານດ້ານງານໄມ້
-
ມີຈິນຕະນາການ
ທັກສະທີ່ເໝາະສົມກັບອາຊີບ
-
ທັກສະໃນການຜະລິດເຟີນິເຈີໄມ້ ໂດຍສະເພາະເຊັ່ນ: ວິທີການຕັດ, ສິ່ວ, ເຂົ້າຮູບ ຫຼື ປະກອບໄມ້ເປັນຕົ້ນ
-
ທັກສະດ້ານການຄິດວິເຄາະ
-
ທັກສະການສື່ສານ
-
ທັກສະດ້ານການອອກແບບ
-
ຄວາມຮູ້ກ່ຽວກັບອຸປະກອນ, ເຄື່ອງມື ແລະ ວິທີການນໍາໃຊ້ເປັນຢ່າງດີ
-
ທັກສະການຄໍານວນເຖິງສັດສ່ວນຕ່າງໆ
-
ຄວາມຮູ້ກ່ຽວກັບໄມ້ແຕ່ລະປະເພດ ແລະ ຈຸດພິເສດຂອງໄມ້
ຄຸນຄ່າຂອງອາຊີບ
ເຟີນິເຈີໄມ້ ແມ່ນເຄື່ອງໃຊ້ພາຍໃນບ້ານທີ່ຫຼາຍຄົນຂາດບໍ່ໄດ້ ເຊັ່ນ: ຕຽງນອນ, ຕູ້, ຕັ່ງ ແລະ ອື່ນໆ. ຊ່າງໄມ້ເຟີນີເຈີເປັນຜູ້ທີ່ອອກແບບ ແລະ ຜະລິດເຄື່ອງໃຊ້ເຫຼົ່ານັ້ນຂຶ້ນມາ ເພື່ອໃຫ້ເຮົາໄດ້ມີຕົວເລືອກໃຊ້ງານຕາມຈຸດປະສົງ. ນອກຈາກນັ້ນ, ສະຖານທີ່ຕ່າງໆກໍຍັງຕ້ອງການເຟີນິເຈີໄມ້ເຂົ້າໃນການຕົກແຕ່ງ ເປັນຕົ້ນແມ່ນຮ້ານກາເຟ, ບ້ານພັກ, ໂຮງແຮມ, ຣີສອດ ແລະ ສະຖານທີ່ອື່ນ ໆ.
ຊ່ອງທາງການສຶກສາເພີ່ມເຕີມ
ສະຖາບັນການສຶກສາທີ່ກ່ຽວຂ້ອງກັບອາຊີບນີ້ປະກອບມີຄື:
-
ໂຮງຮຽນເຕັກນິກ-ວິຊາຊີບ ເວດສະພົງ
-
ໂຮງຮຽນເຕັກນິກປາກປ່າສັກ
ນອກນັ້ນ, ຍັງສາມາດສຶກສານໍາອິນເຕີເນັດໄດ້ເຊັ່ນ: Youtube, Google ແລະ ຜູ້ທີ່ປະກອບອາຊີບນີ້ໂດຍກົງ.
ອາຊີບທີ່ໃກ້ຄຽງ
-
ນັກອອກແບບຜະລິດຕະພັນ
ຄໍາແນະນໍາການພັດທະນາຕົນເອງ
-
ໝັ່ນສຶກສາປະເພດຂອງໄມ້ ແລະ ຈຸດພິເສດຂອງໄມ້ແຕ່ລະຊະນິດ
-
ສຶກສາອຸປະກອນໃນການເຮັດວຽກ
-
ຖ້າຫາກວ່າສົນໃຈອາຊີບນີ້ ບໍ່ຈໍາເປັນຕ້ອງຈົບມັດທະຍົມປາຍ, ຖ້າຫາກວ່າຈົບມັດທະຍົມຕົ້ນ ແລ້ວສົນໃຈຢາກປະກອບອາຊີບນີ້ກໍສາມາດໄປຮຽນໄດ້
ຊ່ວງເວລາໃນການເຮັດວຽກ
-
ຂຶ້ນກັບສະຖານປະກອບການເປັນຄົນກໍານົດ
-
ຖ້າຫາກວ່າເຮັດວຽກອິດສະຫຼະ ແມ່ນຂຶ້ນກັບຕົນເອງເປັນຄົນກໍານົດ
bottom of page




