Khemthit Fair ຄັ້ງທີ 01
- Khemthit Career
- Dec 26, 2024
- 1 min read
06 April 2024 at Institut Français du Laos

Khemthit Fair ຄັ້ງທີ1 ສຳເລັດໄປດ້ວຍດີ
ໃນວັນ ເສົາ ທີ 06 ເມສາ 2024 ເວລາ 9:00-18:00
ພາຍໃນງານຈະມີກິດຈະກຳທີ່ຫຼາກຫຼາຍຄື:
ມີຫ້ອງວາງສະແດງພາບຖ່າຍໂລກກວ້າງອາຊີບໂດຍໄວໜຸ່ມລາວ ລວມໄປເຖິງວາງສະແດງສາຍການຮຽນ-ສາຍອາຊີບ
ມີບູ້ດຕ່າງໆທີ່ສາມາດໃຫ້ໄວໜຸ່ມເຂົ້າໄປໂອ້ລົມ ແລະ ປຶກສາຟຣີບໍ່ວ່າຈະເປັນສາຍການຮຽນ, ສາຍອາຊີບ, ການເລີ່ມຕົ້ນເຮັດປະກອບການ, ວຽກອາສາສະໝັກ, ສຳຫຼວດເງິນເດືອນ, ບັນຫາຂອງຜູ້ຍິງ, ການໂອ້ລົມບັນຫາຊີວິດ ແລະ ບູ້ດອື່ນໆອີກທີ່ໜ້າສົນໃຈ.
ເວທີສົນທະນາກ່ຽວກັບການເລີ່ມຕົ້ນເຮັດປະກອບການ ແລະ ການຄົ້ນຫາຄວາມຖະໜັດຂອງຕົນເອງ.
ກິດຈະກໍາແຈກຂອງລາງວັນອື່ນໆອີກຫຼາກຫຼາຍ.
ນອກທີ່ກ່າວມາ, ຜູ້ປົກຄອງທີ່ກັງວົນກັບການເລືອກສາຍການຮຽນ-ສາຍອາຊີບຂອງລູກຫຼານຕົນເອງ ສາມາດເຂົ້າຮ່ວມໄດ້ ເພາະເຮົາຈະມີກິດຈະກຳໂອ້ລົມກັນລະຫວ່າງຜູ້ປົກຄອງອີກດ້ວຍ
ງານກິດຈະກໍານີ້ເຂົ້າຮ່ວມຟຣີ
ທີມເຂັມທິດອາຊີບຂໍຂອບໃຈເປັນຢ່າງສູງມາຍັງຜູ້ສະໜຸນຫຼັກໃນງານຄັ້ງນີ້ກໍຄື ບໍລິສັດ108.jobs ແລະ ສະຖາບັນຝຣັ່ງປະຈໍາ ສ ປປ ລາວInstitut Français du Laos, ລວມໄປເຖິງຜູ້ຮ່ວມສະໜັບສະໜຸນ ກໍຄືນ້ຳດື່ມວາຣີ Vari Drinking Water ແລະ ໂດ່ງດັງ DhongDhang ທີ່ເຫັນເຖິງຄວາມສຳຄັນໃນງານຄັ້ງນີ້.
ນອກນັ້ນ, ງານນີ້ຈະເກີດຂຶ້ນບໍ່ໄດ້ເລີຍຖ້າຫາກບໍ່ມີຄູ່ຮ່ວມງານຕ່າງໆທີ່ໄປໃຫ້ຄວາມຮູ້,ໃຫ້ຄໍາປຶກສາ ແລະ ນໍາພານ້ອງໆຫລິ້ນກິດຈະກຳຕ່າງໆໃນງານ ແລະ ຄູ່ຮ່ວມດ້ານສື່ປະຊາສຳພັນ ທີ່ເປັນກະບອກສຽງສຳຄັນໃຫ້ກັບພວກເຮົາ
ພິເສດ, ຂອບໃຈນ້ອງໆນັກຮຽນ, ນັກສຶກສາ, ໄວໜຸ່ມ, ຜູ້ເຂົ້າຮ່ວມປະກວດພາບຖ່າຍ ແລະ ຜູ້ປົກຄອງທີ່ເຫັນວ່າການເລືອກສາຍຮຽນ, ສາຍອາຊີບ, ການຕັດສິນໃຈທາງເລືອກຕ່າງໆໃນຊີວິດເປັນເລື່ອງສຳຄັນ
ພວກເຮົາເປີດຮັບທຸກໆຄໍາຄິດເຫັນ ເພື່ອປັບປຸງໃນງານຄັ້ງໜ້າໃຫ້ດີຂຶ້ນ, ແລ້ວພົບກັນອີກຄັ້ງກັບງານ Khemthit Fair 02
#ເຂັມທິດອາຊີບ
#ຄົ້ນພົບຕົນເອງ




































Comments