top of page

ທະນາຍຄວາມ

ນິຍາມອາຊີບ

ທະນາຍຄວາມ ແມ່ນຜູ້ທີ່ໄດ້ຮັບອະນຸຍາດໃຫ້ວ່າຄວາມ ເຊິ່ງຈະດຳເນີນຄະດີໃນຄະດີອາຍາ ແລະ ແພ່ງ, ໃຫ້ຄຳແນະນຳແກ່ລູກຄວາມກ່ຽວກັບບັນຫາສ່ວນຕົວ ແລະ ທຸລະກິດ ໃນແງ່ຂອງການຈັດການລາຍລະອຽດທາງກົດໝາຍໃນທຸກເລື່ອງທີ່ກ່ຽວຂ້ອງກັບການດຳເນີນຄະດີໃນນາມຂອງລູກຄວາມໃນເລື່ອງຕ່າງໆ ລວມທັງການຍື່ນຟ້ອງຕໍ່ຜູ້ຖືກກ່າວຫາໃນສານ. ວຽກຂອງທະນາຍຄວາມແມ່ນເພື່ອປົກປ້ອງລູກຄວາມ (ຜູ້ຈ້າງທະນາຍຄວາມ) ໂດຍການຊີ້ແຈງກົດໝາຍ ເພື່ອສະແດງໃຫ້ເຫັນວ່າລູກຄວາມຂອງພວກເຂົາບໍ່ມີຄວາມຜິດ.

ການເຮັດວຽກ

ລັກສະນະວຽກ

ທະນາຍຄວາມຈະເຮັດວຽກໂດຍນໍາໃຊ້ກົດໝາຍເປັນຫຼັກ ເຊິ່ງມີໃບປະກອບອາຊີບທະນາຍຢ່າງສົມບູນ ເຊິ່ງທະນາຍແມ່ນຈະເຮັດໜ້າທີ່ຕ່າງໆແທນລູກຄວາມຂອງຕົນເອງ ເພື່ອໃຫ້ລູກຄວາມໄດ້ຮັບຄວາມຍຸຕິທໍາເຖິງທີ່ສຸດ. ວຽກທະນາຍກໍເປັນວຽກທີ່ຂ້ອນຂ້າງໜັກ ເຊິ່ງຕ້ອງໄດ້ໃຊ້ຄວາມຮູ້ທີ່ຮຽນມາ, ໄຫວພິບ ແລະ ບາງຄັ້ງວຽກອາດຈະມີການກະທົບຈິດໃຈອີກດ້ວຍ. ເຊິ່ງວຽກຂອງທະນາຍຄວາມມີຫຼາຍດ້ານດັ່ງນີ້:

  • ທະນາຍຄວາມທີ່ຖະໜັດທາງດ້ານທີ່ດິນ

  • ທະນາຍຄວາມທີ່ຖະໜັດທາງດ້ານພາສີອາກອນ

  • ທະນາຍຄວາມທີ່ຖະໜັດທາງດ້ານສິດທິມະນຸດ, ຄວາມເທົ່າທຽມທາງເພດ

  • ທະນາຍຄວາມທີ່ຖະໜັດທາງດ້ານຄອບຄົວ

  • ທະນາຍຄວາມທີ່ຖະໜັດທາງດ້ານສິ່ງແວດລ້ອມ

ໜ້າທີ່ຮັບຜິດຊອບ

  • ຕິດຕໍ່ກັບລູກຄວາມ ເພື່ອເຂົ້າໃຈປະເພດຂອງຄະດີວ່າເປັນຄະດີແພ່ງ ຫຼື ຄະດີອາຍາ ແລະ ຫາຫຼັກຖານເພີ່ມເຕີມ

  • ເຮັດການຄົ້ນຄວ້າວິໄຈ ແລະ ວິເຄາະບັນຫາ, ຕີຄວາມໝາຍ, ຄຳຕັດສິນ ແລະ ລະບຽບການສຳລັບບຸກຄົນ ແລະ ບໍລິສັດ 

  • ນຳສະເໜີຂໍ້ມູນຄວາມຈິງດ້ວຍຫຼັກຖານ ແລະ ຄຳໃຫ້ການຂອງລູກຄວາມ ຫຼື ບຸກຄົນທີ່ກ່ຽວຂ້ອງກັບຄະດີ ແລະ ໄກ່ເກ່ຍຄະດີໃນນາມຂອງລູກຄວາມ

  • ຖ້າລູກຄວາມເປັນໂຈດ ທະນາຍຕ້ອງກະກຽມເອກະສານ, ຫຼັກຖານທີ່ກ່ຽວຂ້ອງ, ຮ່າງຄຳຟ້ອງ ແລະ ຍື່ນຕໍ່ສານ, ຖ້າເລື່ອງຂຶ້ນສານ ທະນາຍຄວາມຕ້ອງໄປສານທຸກຄັ້ງຈົນກວ່າຄະດີຈະແລ້ວ 

  • ໃນກໍລະນີທີ່ລູກຄວາມເປັນຈຳເລີຍ ທະນາຍຄວາມຕ້ອງລວບລວມຫຼັກຖານທີ່ກ່ຽວຂ້ອງກັບຄະດີ ເພື່ອໃຫ້ປະໂຫຍດແກ່ຈຳເລີຍ ແລ້ວນຳໄປພິສູດຕໍ່ສານ ເພື່ອແກ້ຂໍ້ກ່າວຫາຂອງໂຈດ; ເມື່ອເລື່ອງຮອດສານ ທະນາຍຄວາມຕ້ອງໄປສານທຸກຄັ້ງ

  • ເມື່ອຄະດີສິ້ນສຸດແລ້ວກໍຮັບຄ່າທະນາຍຄວາມຕາມທີ່ຕົກລົງກັນໄວ້ ແລະ ຫ້າມເປີດເຜີຍຄວາມລັບຂອງຜູ້ທີ່ຕົນວ່າຄວາມໃຫ້ ເວັ້ນແຕ່ວ່າລູກຄວາມຈະອະນຸຍາດ

ສະຖານທີ່ເຮັດວຽກ

  • ສານ

  • ບໍລິສັດທີ່ປຶກສາທາງດ້ານກົດໝາຍ

  • ສະຖານີຕໍາຫຼວດ

  • ເຮືອນຈໍາ

  • ບໍລິສັດຕ່າງໆ

  • ຮັບງານອິດສະຫຼະ

  • ໂຮງຮຽນສອນກົດໝາຍ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ລູກຄວາມ

  • ໄອຍະການ

  • ຕຳຫຼວດ

  • ພະຍານ

  • ຜູ້ພິພາກສາ ແລະ ອື່ນໆ

ທາງເລືອກອາຊີບ

  • ເປັນທະນາຍຄວາມອິດສະຫຼະ ຫຼື ເປັນທະນາຍຄວາມປະຈໍາໃຫ້ກັບບໍລິສັດໃດໜຶ່ງໂດຍກົງ

  • ສາມາດເປີດເປັນບໍລິສັດທີ່ປຶກສາກົດໝາຍໄດ້

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

ການເຕີບໂຕຂອງອາຊີບນີ້ ແມ່ນຕ້ອງອາໄສການສະສົມປະສົບການ ເພື່ອເປັນທະນາຍຄວາມມືອາຊີບ ແລະ ມີຊື່ສຽງຈົນເປັນທີ່ຍອມຮັບ ເມື່ອມີຕຳແໜ່ງເຕີບໂຕຂຶ້ນ ກໍຈະສາມາດເລືອກເປັນຜູ້ເບິ່ງແຍງຜົນປະໂຫຍດ ຫຼື ທີ່ປຶກສາທາງກົດໝາຍຂອງອົງກອນຂອງລັດ ຫຼື ເອກະຊົນໄດ້. ບາງຄັ້ງອາດມີໂອກາດເລື່ອນຂັ້ນເປັນໄອຍະກອນ, ຜູ້ພິສາ ລວມໄປເຖິງຕໍາແໜ່ງໃນກະຊວງຍຸຕິທຳ ຫຼື ສານອີກດ້ວຍ.

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ທະນາຍຄວາມ ແມ່ນອາຊີບທີ່ສັງຄົມຕ້ອງການ ໂດຍສະເພາະແມ່ນທະນາຍທີ່ມີຄວາມຮູ້, ຄວາມສາມາດ, ມີຄວາມຍຸຕິທໍາ ເພາະຂໍ້ຂັດແຍ້ງໃນສັງຄົມແມ່ນມີຫຼາຍ ການມີທະນາຍທີ່ເກັ່ງ ກໍຈະເຮັດໃຫ້ຕົນເອງເສຍຜົນປະໂຫຍດໜ້ອຍທີ່ສຸດ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນວຽກທີ່ມີລາຍໄດ້ສູງ, ເມື່ອປະສົບການສູງກໍມີລາຍໄດ້ສູງຂຶ້ນໄປອີກ

  • ມີຊ່ອງທາງໃນການຫາລາຍໄດ້ອີກຫຼາຍທາງ ເຊັ່ນ: ສາມາດເຮັດວຽກເຕັມເວລາ, ເວລາຫວ່າງສາມາດເປັນທີ່ປຶກສາກົດໝາຍອິດສະຫຼະໄດ້

  • ເປັນວຽກທີ່ເຮັດເພື່ອຄົນໃນສັງຄົມ

ຂໍ້ເສຍ

  • ກົດດັນ ເພາະຕ້ອງສູ້ເພື່ອລູກຄວາມ

  • ເປັນອາຊີບທີ່ມີຄວາມສ່ຽງຕໍ່ຊີວິດ ແລະ ຊັບສິນ

  • ຖ້າສູ້ຄວາມບໍ່ຊະນະ ອາດໝົດຄວາມສັດທາຂອງລູກຄວາມ

  • ຖືກເບິ່ງດ້ວຍຫຼາກຫຼາຍມຸມມອງຈາກຄົນໃນສັງຄົມ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ຊ່າງສັງເກດ ແລະ ຈົດຈຳ

  • ຄິດ ແລະ ເວົ້າຢ່າງມີຫຼັກການ ແລະ ເຫດຜົນ

  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ

  • ມີຄວາມຮັບຜິດຊອບສູງ

  • ມີຄວາມກະຕືລືລົ້ນ, ມັກຊອກຫາຄວາມຮູ້ໃໝ່ໆ

ທັກສະທີ່ເໝາະສົມກັບອາຊີບ

  • ມີທັກສະດ້ານພາສາອັງກິດ ແລະ ທັກສະການສື່ສານ

  • ການເຮັດວຽກເປັນທີມ

  • ທັກສະການເປັນຜູ້ນຳ

  • ທັກສະການແກ້ໄຂບັນຫາ ແລະ ການຕັດສິນໃຈ

  • ທັກສະການຈັດການ

  • ຄວາມຮູ້ກ່ຽວກັບກົດໝາຍ ຫຼື ຄວາມຮູ້ສະເພາະດ້ານທາງກົດໝາຍ

ຄຸນຄ່າຂອງອາຊີບ

ຄຸນຄ່າຂອງທະນາຍຄວາມ ແມ່ນສຳຄັນຕໍ່ກັບທຸລະກິດ ແລະ ບຸກຄົນ ເພາະຕ້ອງມີຄວາມຊຳນານທາງກົດໝາຍ ເພື່ອທີ່ຈະໄກ່ເກ່ຍແຕ່ລະຄະດີທີ່ມີການຟ້ອງຮ້ອງກັນຂຶ້ນມາເລື້ອຍໆ. ສະນັ້ນ, ອາຊີບທະນາຍຄວາມຈຶ່ງເປັນທີ່ຕ້ອງການບໍ່ວ່າຈະໃນພາວະເສດຖະກິດແບບໃດກໍຕາມ.

ຊ່ອງທາງການສຶກສາເພີ່ມເຕີມ

ສາມາດຫາຂໍ້ມູນກ່ຽວກັບຂໍ້ກົດໝາຍໄດ້ຜ່ານອິນເຕີເນັດ. ຢ່າງໃດກໍຕາມ, ຜູ້ທີ່ສົນໃຈອາຊີບທະນາຍຄວາມຄວນຈົບປະລິນຍາຕີ ຈາກສາຂາທີ່ກ່ຽວຂ້ອງ.

ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:

  • ມະຫາວິທະຍາໄລແຫ່ງຊາດລາວ

 - ຄະນະນິຕິສາດ ແລະ ລັດຖະສາດ

  •  ວິທະຍາໄລກົດໝາຍແຫ່ງ ສປປ ລາວ

  • ສະຖາບັນຍຸຕິທໍາແຫ່ງຊາດ

ອາຊີບທີ່ໃກ້ຄຽງ

  • ນັກການເມືອງ

  • ນັກວິເຄາະ ແລະ ວາງແຜນນະໂຍບາຍ

  • ຄູອາຈານທີ່ສອນກົດໝາຍ

  • ຕໍາຫຼວດ

ຄໍາແນະນໍາການພັດທະນາຕົນເອງ

  • ທັກສະດ້ານການສື່ສານ, ການຫາເຫດ ແລະ ຜົນ

  • ທັກສະດ້ານການສັງເກດ

  • ກຽມໂຕສອບເສັງເຂົ້າໃນການຮຽນສາຂາດັ່ງກ່າວ ເຊັ່ນ: ກົດໝາຍທຸລະກິດ, ກົດໝາຍອາຍາ ແລະ ອື່ນໆ

  • ຕິດຕາມກິດຈະກຳອື່ນໆທີ່ສາຂາກົດໝາຍໄດ້ເຮັດໃນຮົ້ວມະຫາໄລ

ຊ່ວງເວລາໃນການເຮັດວຽກ

  • ໂດຍທົ່ວໄປແມ່ນ 8:00-16:30

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page