ວັດແທກກໍ່ສ້າງ
ນິຍາມ ແລະ ຄວາມສຳຄັນ
ສາຂາວັດແທກກໍ່ສ້າງ ແມ່ນເປັນສາຂາທີ່ສອນກ່ຽວກັບການສໍາຫຼວດເພື່ອການກໍ່ສ້າງ ເຊິ່ງເປັນໜ້າວຽກສໍາຄັນໃນວຽກງານການກໍ່ສ້າງໃນທຸກໆໜ້າວຽກຂອງການສໍາຫຼວດ. ນອກນັ້ນ, ການກໍ່ສ້າງແມ່ນມີຄວາມຈໍາເປັນຕ້ອງມີການນໍາໃຊ້ເຕັກນິກ, ວິທີການ ແລະ ຂັ້ນຕອນຂອງການສໍາຫຼວດ ແລະ ກໍ່ ສ້າງ.

ຮຽນກ່ຽວກັບຫຍັງ?
-
ການສໍາຫຼວດເພື່ອການກໍ່ສ້າງ
-
ການນໍາໃຊ້ເຄື່ອງມືອຸປະກອນເຂົ້າໃນວຽກງານການກໍ່ສ້າງ
-
ຄອມວິສະວະກຳທີ່ກ່ຽວກັບວຽກງານການກໍ່ສ້າງ
ທັກສະ ແລະ ຄວາມສົນໃຈ
-
ຄວາມຮູ້ພື້ນຖານດ້ານການຄິດໄລ່
-
ມັກການສຳຫຼວດວັດແທກ
-
ສົນໃຈດ້ານການກໍ່ສ້າງ
-
ທັກສະດ້ານການຄິດວິເຄາະ
ຮຽນແລ້ວໄດ້ຫຍັງ?
-
ມີຄວາມຮູ້ຄວາມສາມາດດ້ານການສໍາຫຼວດວັດແທກ
-
ສາມາດເປັນນັກວິຊາການ ແລະ ເປັນຜູ້ຄວບຄຸມວຽກງານການກໍ່ສ້າງ
-
ສາມາດນໍາໃຊ້ເຄື່ອງມືວັດແທກທີ່ທັນສະໄໝ ແລະ ບັນດາຊອບແວຕ່າງໆທີ່ກ່ຽວຂ້ອງກັບວຽກງານການກໍ່ສ້າງ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສາມາດເປັນນັກວິຊາການ ຫຼື ຜູ້ຄຸມງານໃຫ້ບັນດາບໍລິສັດ ສໍາຫຼວດ- ອອກແບບ
-
ເຮັດວຽກກ່ຽວກັບພາກລັດໃນຂະແໜງການສໍາຫຼວດກໍ່ສ້າງ
-
ສາມາດສຶກສາຕໍ່ປະລິນຍາຕີກ່ຽວກັບຂົວທາງ, ຊັບພະຍາກອນນໍ້າ
-
ສາມາດປະກອບເຂົ້າໃນກໍາລັງປະກອບອາວຸດໃນຂະແໜງການກໍ່ສ້າງຕ່າງ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ສັບພະວິຊາ
- ພາກວິຊາ ບໍ່ແຮ່
- ຫຼັກສູດຊັ້ນສູງ (12+3), ຮຽນ 3 ປີ ແລະ ຮຽນເຕັມເວລາ





