top of page

ທັນຕະແພດ

ນິຍາມອາຊີບ

  ທັນຕະແພດ ແມ່ນຜູ້ທີ່ມີຄວາມຮູ້ກ່ຽວກັບສຸຂະພາບທາງຜົ້ງປາກເປັນຢ່າງດີ ນັບຕັ້ງແຕ່ແຂ້ວ, ຜົ້ງປາກ, ເພດານປາກ, ເຟັ້ນແຂ້ວ ເຊິ່ງເປົ້າໝາຍຂອງອາຊີບນີ້ແມ່ນການທີ່ໄດ້ຮັກສາ ແລະ ເບິ່ງແຍງຜົ້ງປາກໃຫ້ຄົນເຈັບກັບມາໃຊ້ຊີວິດປະຈຳວັນໄດ້ຢ່າງປົກກະຕິ ໂດຍການຮັກສາແມ່ນຫາວິທີທີ່ເຮັດໃຫ້ຄົນເຈັບ ເຈັບໜ້ອຍທີ່ສຸດ ແລະ ເຮັດໃຫ້ຜົ້ງປາກຂອງຄົນເຈັບກັບມາໃຊ້ງານໄດ້ດີທີ່ສຸດ.

ການເຮັດວຽກ

ລັກສະນະວຽກ

  • ທັນຕະແພດ ແມ່ນຈະເຮັດວຽກກ່ຽວກັບຜົ້ງປາກຂອງຄົນເຈັບຫຼາຍຄົນຕໍ່ມື້ ເຊິ່ງເປັນວຽກທີ່ຕ້ອງໃຊ້ສິລະປະ ແລະ ຄວາມຮູ້ດ້ານແພດປະສົມກັນ ເຊິ່ງເວລາໃນການເຮັດວຽກແມ່ນຈະຄ້າຍຄືກັນກັບແພດ ກໍຄືມີໂມງເຮັດວຽກທີ່ເປັນໂມງລັດຖະການ ແລະ ຍັງມີເວນຍາມ

  • ທັນຕະແພດຈະມີຜູ້ຊ່ວຍທັນຕະແພດຈັບອຸປະກອນໃຫ້ຕະຫຼອດການເຮັດວຽກ

ໜ້າທີ່ຮັບຜິດຊອບ

  • ສອບຖາມຄົນເຈັບເຖິງອາການເບື້ອງຕົ້ນ, ບ່ອນທີ່ເຈັບ, ປະຫວັດການຮັກສາ ແລະ ເບິ່ງແຍງຜົ້ງປາກທີ່ຜ່ານມາ ເພື່ອປະເມີນອາການຕ່າງໆ

  • ກວດເບິ່ງຜົ້ງປາກ ແລະ ແຂ້ວຂອງຄົນເຈັບດ້ວຍເຄື່ອງມືແພດ, ອະທິບາຍໃຫ້ຄົນເຈັບເຂົ້າໃຈໃນການຮັກສາ ເພື່ອຈະເລືອກວິທີຮັກສາໃຫ້ຖືກບ່ອນ ຫຼັງຈາກນັ້ນກໍໃຫ້ການຮັກສາ

  • ແນະນຳວິທີການເບິ່ງແຍງຜົ້ງປາກ ຫຼັງຈາກທີ່ຮັກສາແລ້ວເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນອີກ

  • ປິ່ນປົວຮັກສາແຂ້ວ, ຈັດຊົງ ຫຼື ດັດແຂ້ວເພື່ອໃຫ້ເຂົ້າຮູບ

ສະຖານທີ່ເຮັດວຽກ

  • ໂຮງໝໍ ເຊັ່ນ: ໂຮງໝໍຂອງລັດ, ເອກະຊົນ, ລັດວິສາຫະກິດ

  • ຄລີນິກປິ່ນປົວແຂ້ວ

  • ຄລີນິກ ຫຼື ຮ້ານເສີມຄວາມງາມ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  •  ຄົນເຈັບ

  • ຜູ້ຊ່ວຍທັນຕະແພດ

  • ໝໍ ຫຼື ພະຍາບານພະແນກອື່ນໆ

  • ທັນຕະແພດຄົນອື່ນ

ທາງເລືອກອາຊີບ

  • ສາມາດເລືອກສະຖານທີ່ໃນການເຮັດວຽກໄດ້, ແຕ່ຖ້າຫາກວ່າມັກອາຊີບອິດສະຫຼະ ແລະ ມີຕົ້ນທຶນເປັນຂອງໂຕເອງ ກໍສາມາດເປີດຄລີນິກເປັນຂອງຕົນເອງໄດ້

  • ເປັນອາຈານສອນໃນມະຫາວິທະຍາໄລໃນສາຂາທັນຕະແພດ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  •    ການເຕີບໂຕຂອງອາຊີບນີ້ມີຫຼາຍດ້ານຄື: ການເລື່ອນຕຳແໜ່ງ, ການທີ່ໄດ້ໄປຮຽນຕໍ່ສະເພາະທາງ ແລະ ຍັງສາມາດເຕີບໂຕຂຶ້ນຈົນເຖິງການທີ່ສາມາດເປີດຄລີນິກເປັນຂອງຕົນເອງໄດ້. ສ່ວນໃຫຍ່ມັກມາຈາກຜົນງານ ແລະ ຄວາມຊຳນານໃນການຮັກສາ ຈົນກ້າວເປັນຜູ້ຊ່ຽວຊານສະເພາະດ້ານ.

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ປັດຈຸບັນ, ສຸຂະພາບແຂ້ວກໍມີຄວາມສໍາຄັນຫຼາຍ, ບາງອາຊີບຮອຍຍິ້ມກໍມີຄວາມສໍາຄັນຕໍ່ອາຊີບ ແລະ ຫຼາຍໆຄົນກໍບໍ່ໝັ້ນໃຈກັບຮອຍຍິ້ມຕົນເອງ. ດັ່ງນັ້ນ, ອາຊີບທັນຕະແພດຈຶ່ງເປັນອາຊີບທີ່ຄົນໃນສັງຄົມຊອກຫາ, ຖ້າປະກອບອາຊີບນີ້ແມ່ນຍາກທີ່ຈະຕົກວຽກ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນອາຊີບທີ່ສັງຄົມຕ້ອງການ ແລະ ເປັນອາຊີບທີ່ໝັ້ນຄົງ

  • ເປັນອາຊີບທີ່ເສີມສ້າງຄວາມໝັ້ນໃຈໃຫ້ກັບຫຼາຍຄົນ

ຂໍ້ເສຍ

  • ສ່ວນໃຫຍ່ແມ່ນເຮັດວຽກແຕ່ໃນຫ້ອງ, ເມື່ອຄົນເຈັບມາຫຼາຍເຮັດໃຫ້ກາຍໂມງກິນເຂົ້າ ແລະ ບໍ່ມີເວລາໃນການພັກຜ່ອນ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ເປັນຄົນຊ່າງສັງເກດ

  • ມີຄວາມອົດທົນສູງ ແລະ ຄວບຄຸມອາລົມໄດ້ດີ

  • ມີຄວາມລະອຽດຮອບຄອບ

  • ມີຈັນຍາບັນ, ສັດຊື່ ແລະ ມີຄວາມເຫັນອົກເຫັນໃຈຜູ້ອື່ນ ແລະ ຕ້ອງມີຮ່າງກາຍທີ່ແຂງແຮງ

ທັກສະທີ່ເໝາະສົມກັບອາຊີບ

  • ມີທັກສະດ້ານພາສາອັງກິດ ແລະ ທັກສະການສື່ສານ

  • ການເຮັດວຽກເປັນທີມ

  • ທັກສະການເປັນຜູ້ນຳ

  • ທັກສະການແກ້ບັນຫາ ແລະ ການຕັດສິນໃຈ

  • ທັກສະການຈັດການ

ຄຸນຄ່າຂອງອາຊີບ

   ອາຊີບນີ້ເປັນໝໍສະເພາະທາງທີ່ບໍ່ແມ່ນໃຜກໍສາມາດຮັກສາໄດ້ ແຕ່ຕ້ອງໃຊ້ຄວາມຊຳນານ ແລະ ປະສົບການໃນການຮັກສາ; ເພາະສະນັ້ນ, ທັນຕະແພດຈຶ່ງເປັນອາຊີບທີ່ສຳຄັນຫຼາຍ ເຖິງແມ່ນວ່າເລື່ອງແຂ້ວຈະເບິ່ງຄືວ່າເປັນເລື່ອງເລັກນ້ອຍ ແຕ່ຖ້າປ່ອຍໄວ້ດົນ ອາການກໍ່ຈະລຸກລາມ ເນື່ອງຈາກແຂ້ວເປັນສູນລວມຂອງເສັ້ນປະສາດ, ອາດເຮັດໃຫ້ຕາຍໄດ້ຖ້າບໍ່ຮີບຮັກສາ ແລະ ເບິ່ງແຍງຜົ້ງປາກ.

ຊ່ອງທາງການສຶກສາເພີ່ມເຕີມ

    ຂໍ້ມູນເພີ່ມເຕີມກ່ຽວກັບອາຊີບນີ້ ສາມາດຫາເບິ່ງໄດ້ຈາກ Youtube, Google, Internet... ເພື່ອເປັນຄວາມຮູ້ໃນການຮຽນທັນຕະແພດ, ຈົບການສຶກສາລະດັບມັດທະຍົມປາຍ ແລ້ວສຶກສາຕໍ່ໃນສາຂາທີ່ກ່ຽວຂ້ອງກັບທັນຕະແພດ. 

    ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:

- ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຄະນະທັນຕະແພດສາດ

ອາຊີບທີ່ໃກ້ຄຽງ

  • ພະຍາບານ

  • ຜູ້ວິໄຈກ່ຽວກັບພະຍາດ

  • ແພດ

  • ແພດສາຍະກຳ

  • ເພສັຊ

  • ສັດຕະວະແພດ

ຄໍາແນະນໍາການພັດທະນາຕົນເອງ

  • ກ່ອນທີ່ຈະສອບເສັງເຂົ້າສາຂານີ້ແມ່ນຕ້ອງມີຄວາມຮູ້ດ້ານເຄມີ, ຟີຊິກ, ຊີວະ ແລະ ອັງກິດ ເປັນຕົ້ນ

  • ສຶກສາເບິ່ງວິຊາທີ່ຈະສອບເສັງເຂົ້າ ແລະ ສຶກສາເລື່ອງລະບົບການຮຽນ ເພື່ອໃຫ້ໝັ້ນໃຈວ່າຕົນເອງສົນໃຈແທ້

  • ສຶກສາກ່ຽວກັບລະບົບຂອງແຂ້ວ

ຊ່ວງເວລາໃນການເຮັດວຽກ

  • ໂດຍທົ່ວໄປແມ່ນ 8:00-16:30 ຫຼື ແລ້ວແຕ່ເຄສຂອງຄົນເຈັບແຕ່ລະຄົນ. ຫາກເປີດຄລີນິກສ່ວນຕົວກໍມັກຈະຕ້ອງເຮັດວຽກໃນຕອນແລງ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page