ວິທະຍາສາດຄອມພິວເຕີ
ນິຍາມ ແລະ ຄວາມສຳຄັນ
ສາຂາວິທະຍາສາດຄອມພິວເຕີ ແມ່ນສາຂາທີ່ສ້າງນັກສຶກສາໃຫ້ຮູ້ເຖິງຂອບເຂດໜ້າທີ່ຂອງອາຊີບທາງດ້ານຂໍ້ມູນວິທະຍາສາດຄອມພິວເຕີ ເພື່ອໄປປະກອບອາຊີບທາງດ້ານຂໍ້ມູນຂ່າວສານທີ່ກ່ຽວຂ້ອງ, ລົງເລິກດ້ານເຕັກນິກ ແລະ ກ້າວໄປເຖິງການພັດທະນາໃຫ້ເປັນວິຊາຊີບທີ່ສາມາດນໍາໃຊ້ຂໍ້ມູນຂ່າວສານໄດ້ຢ່າງຖືກຕ້ອງ ບົນພື້ນຖານຄວາມເຂົ້າໃຈໃນອາຊີບໃຫ້ມີຫຼັກການ ແລະ ວິທີປະຕິບັດທີ່ດີ.

-
ການຕິດຕັ້ງສ້ອມແປງຄອມພິວເຕີ
-
ພື້ນຖານທາງດ້ານການສ້າງຂໍ້ມູນ, ການບໍລິຫານທາງດ້ານເຊີເວີ້ ແລະ ລະບົບເຄືອຂ່າຍຄອມພິວເຕີ
-
ອອກແບບເວັບໄຊທ໌, ໂປຣແກຣມມິງ ແລະ ຄອມພິວເຕີກຣາຟຟິກ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ສົນໃຈໃນດ້ານຄອມພິວເຕີ
-
ສົນໃຈຢາກພັດທະນາໂປຣແກຣມ
-
ທັກສະດ້ານຄອມພິວເຕີ
-
ມັກໃນການຮຽນຮູ້ສິ່ງໃໝ່ໆ
ຮຽນແລ້ວໄດ້ຫຍັງ?
-
ນັກສຶກສາຈະມີຄວາມຊໍານານດ້ານການຕິດຕັ້ງສ້ອມແປງຄອມພິວເຕີ, ການອອກແບບເວັບໄຊທ໌, ການສ້າງລະບົບຖານຂໍ້ມູນ, ການອອກແບບ, ການຈັດການ, ບໍລິຫານເຄືອຂ່າຍ ແລະ ຮູ້ວິທີການຄົ້ນຫາຂໍ້ມູນຂ່າວສານຕ່າງໆ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສາມາດເຮັດທຸລະກິດສ່ວນຕົວທາງດ້ານການຕິດຕັ້ງສ້ອມແປງຄອມພິວເຕີ, ການອອກແບບ ແລະ ຕິດຕັ້ງລະບົບເຄືອຂ່າຍໄດ້
-
ເປັນນັກອອກແບບກຣາຟຟິກ
-
ສາມາດເຮັດວຽກກັບທຸກໆອົງກອນທັງພາກລັດ ແລະ ເອກະຊົນໄດ້
-
ສາມາດເປີດບໍລິສັດເປັນຂອງຕົນເອງໄດ້
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລສັບພະວິຊາ
- ພາກວິຊາ ໄອທີອຸດສາຫະກຳ
- ຫຼັກສູດຊັ້ນສູງ (12+3), ຮຽນ 3 ປີ ແລະ ຮຽນເຕັມເວລາ





