ສາຂາຄອມພິວເຕີທຸລະກິດ
ນິຍາມ ແລະ ຄວາມສຳຄັນ
ສາຂາຄອມພິວເຕີທຸລະກິດ ແມ່ນເປັນສາຂາທີ່ສ້າງໃຫ້ນັກສຶກສາມີຄວາມຮູ້ກ່ຽວກັບການພັດທະນາເວັບໄຊ້, ການພັດທະນາຊອບແວ, ການພັດທະນາເຄືອຂ່າຍຄອມພິວເຕີ, ການພັດທະນາສື່ທາງດ້ານກຣາຟຟິກ ແລະ ວຽກງານດ້ານຄອມພິວເຕີເປັນຕົ້ນ ເຊິ່ງເປັນສາຂາວິຊາທີ່ຕະຫຼາດແຮງງານພວມຮຽກຮ້ອງຕ້ອງການຫຼາຍ ແລະ ເມື່ອຈົບແລ້ວຍັງສາມາດປະກອບອາຊີບອິດສະຫຼະໄດ້ອີກດ້ວຍ.

-
ຮຽນກ່ຽວກັບການພັດທະນາເວັບໄຊ້, ການພັດທະນາຊອບແວ ແລະ ການພັດທະນາເຄືອຂ່າຍຄອມພິວເຕີ, ການພັດທະນາສື່ທາງດ້ານກຣາຟຟ ິກ ແລະ ວຽກງານດ້ານຄອມພິວເຕີ ເປັນຕົ້ນ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ມັກ ແລະ ສົນໃຈທາງດ້ານການພັດທະນາຄອມພິວເຕີ
-
ທັກສະການຈື່ຈຳ, ກາານຄິດແບບສ້າງສັນ
-
ທັກສະການຄິດວິເຄາະ, ປະເມີນ
-
ທັກສະທາງດ້ານຄອມພິວເຕີ
ຮຽນແລ້ວໄດ້ຫຍັງ?
-
ຮຽນສາຍນີ້ແລ້ວສາມາດສ້ອມແປງຄອມພິວເຕີ, ຕິດຕັ້ງໂປຣແກຣມ, ສ້າງເວັບໄຊ, ຕິດຕັ້ງເຄືອຂ່າຍຄອມພິວເຕີ ແລະ ສ້າງສື່ທາງດ້ານກຣາຟຟິກໄດ້
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສາມາດປະກອບອາຊີບເປັນນັກພັດທະນາຊອບແວ
-
ສາມາດເຮັດວຽກໃນດ້ານ IT support ໄດ້
-
ນັກພັດທະນາເວັບໄຊ້, ເຄືອຂ່າຍຄອມພິວເຕີ, ສື່ທາງດ້ານກຣາຟຟິກ ແລະ ວຽກງານດ້ານຄອມພິວເຕີອື່ນໆ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລ ສັບພະວິຊາ
- ພາກວິຊາ ໄຟຟ້າ-ເອເລັກໂຕຣນິກ
- ຮຽນ 4 ປີ ແລະ ຮຽນເປັນພາກ ເຊັ່ນ: ພາກເຊົ້າ ແລະ ພາກບ່າຍ





