ວິສະວະກຳຂຸດຄົ້ນແຮ່ທາດ
ນິຍາມ ແລະ ຄວາມສຳຄັນ
ສາຂາວິສະວະກຳຂຸດຄົ້ນແຮ່ທາດ ແມ່ນສາຂາທີ່ສຶກສາກ່ຽວກັບການຂຸດຄົ້ນບໍ່ແຮ່ດ້ວຍວິທີການຕ່າງໆຕາມວິຊາສະເພາະ ມີຄວາມສໍາຄັນໃນການນໍາເອົາແຮ່ທາດທີ່ມີຄ່າຈາກໃຕ້ດິນຂຶ້ນສູ່ໜ້າດິນ, ເຊິ່ງມີຄວາມສໍາຄັນຫຼາຍຕໍ່ການພັດທະນາເສດຖະກິດ.

ຮຽນກ່ຽວກັບຫຍັງ?
-
ຮຽນກ່ຽວກັບການຂຸດຄົ້ນບໍ່ແຮ່ທຸກຊະນິດ ແລະ ວິທີການຂຸດຄົ້ນແບບຕ່າງໆ ເພື່ອເອົາແຮ່ທາດຂຶ້ນສູ່ໜ້າດິນ
ທັກສະ ແລະ ຄວາມສົນໃຈ
-
ທັກສະການແກ້ໄຂບັນຫາ
-
ທັກສະການຄິດວິເຄາະ
-
ທັກສະການເຮັດວຽກເປັນທີມ
-
ທັກສະການເກັບກຳຂໍ້ມູນ ແລະ ການບັນທຶກ
ຮຽນແລ້ວໄດ້ຫຍັງ?
-
ນັກສຶກສາທີ່ຮຽນຈົບສາຂານີ້ແລ້ວມີຄວາມຮູ້ ແລະ ທັກສະໃນຂຸດຄົ້ນແຮ່ທາດ ລວມທັງຮູ້ວິທີນໍາໃຊ້ເຄື່ອງມືອຸປະກອນຮັບໃຊ້ວິຊາສະເພາະ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ສາມາດເຮັດກ່ຽວກັບສິ່ງແວດລ້ອມອຸດສາຫະກຳໄດ້
-
ສາມາດເຮັດກ່ຽວກັບເຄມີໃນໂຮງງານອຸດສາຫະກຳ
-
ເປັນວິສະວະກອນຂຸດຄົ້ນບໍ່ແຮ່ຢູ່ຕາມບໍລິສັດທີ່ກຳລັງດໍາເນີນການຂຸດຄົ້ນແຮ່ທາດ ແລະ ຫີນກໍ່ສ້າງ ໃນ ສປປ ລາວ
ສາມາດຮຽນໄດ້ຢູ່ໃສ?
-
ວິທະຍາໄລສັບພະວິຊາ
- ພາກວິຊາ ບໍ່ແຮ່
- ຫຼັກສູດຊັ້ນສູງ (12+3), ຮຽນ 3 ປີ ແລະ ຮຽນເຕັມເວລາ





