top of page

ວິສະວະກອນວັດສະດຸ

ນິຍາມອາຊີບ

ວິສະວະກອນວັດສະດຸ ແມ່ນບຸກຄົນທີ່ມີຄວາມຮູ້ໂດຍສະເພາະກ່ຽວກັບວັດສະດຸ ເຊັ່ນ: ການອອກແບບວັດສະດຸທີ່ໃຊ້ໃນການຜະລິດ, ວິທີການແກ້ໄຂປັບປຸງຄຸນສົມບັດຂອງວັດສະດຸ, ວິເຄາະຜົນໄດ້ຜົນເສຍລະຫວ່າງຄ່າໃຊ້ຈ່າຍກັບຄຸນນະພາບຂອງວັດສະດຸ ເພື່ອໃຊ້ໃນອຸດສາຫະກຳ ແລະ ຂະບວນການຂຶ້ນຮູບຂອງວັດສະດຸຊະນິດຕ່າງໆ ເປັນຕົ້ນ.

ການເຮັດວຽກ

ລັກສະນະວຽກ

ລັກສະນະວຽກຂອງວິສະວະກອນວັດສະດຸ ແມ່ນຈະສ້າງວັດສະດຸໃໝ່ໃຫ້ເໝາະສົມກັບຂໍ້ກຳນົດທາງກົນໄກ, ໄຟຟ້າ ແລະ ເຄມີບາງປະເພດ ເຊິ່ງຈະວິເຄາະວັດສະດຸ ເພື່ອເບິ່ງວ່າເປັນຫຍັງວັດສະດຸຈຶ່ງລົ້ມເຫຼວ, ຄິດຄົ້ນວິທີປັບປຸງວັດສະດຸເກົ່າ ແລະ ຍັງມີສ່ວນຮ່ວມໃນວົງຈອນຊີວິດທັງໝົດຂອງວັດສະດຸ ຕັ້ງແຕ່ການສ້າງສັນຈົນເຖິງການແປຮູບ ເພື່ອນຳມາໃຊ້ຄືນໃໝ່.
ຄວາມຈິງແລ້ວອາຊີບວິສະວະກອນວັດສະດຸແມ່ນເປັນຂົວຕໍ່ໃຫ້ລະຫວ່າງອາຊີບວິສະວະກອນກົນຈັກ ແລະ ວິສະວະກອນອຸດສາຫະກໍາ ເພາະເມື່ອທັງສອງຕ້ອງການວັດສະດຸປະເພດໃດ ວິສະວະກອນກົນວັດສະດຸຈະເປັນຜູ້ຜະລິດອອກມາເຊັ່ນ: ໂຄງເຫຼັກ, ສັງກະສີ, ປູນ, ສີມັງ ແລະ ອື່ນໆ.

ໜ້າທີ່ຮັບຜິດຊອບ

  • ຄົ້ນຄວ້າ-ວິໄຈ, ອອກແບບ ແລະ ສ້າງຜະລິດຕະພັນ ຫຼື ລະບົບໃໝ່ຕ່າງໆ ເຊັ່ນ: ອຸປະກອນຊີວະທາງການແພດ, ອອກແບບພາຊະນະບັນຈຸຕ່າງໆ ເປັນຕົ້ນ

  • ພັດທະນາ, ແປຮູບ ແລະ ທົດສອບວັດສະດຸ

  • ສຶກສາຄຸນສົມບັດ ແລະ ໂຄງສ້າງຂອງໂລຫະ, ເຊຣາມິກ, ປຼາສຕິກ, ວັດສະດຸນາໂນ (ສານທີ່ມີຂະໜາດນ້ອຍ) ແລະ ສານອື່ນໆ

  • ວິເຄາະ, ຕິດຕາມ ແລະ ກວດກາຄຸນສົມບັດຂອງວັດສະດຸວ່າເໝາະສົມກັບການໃຊ້ງານຫຼືບໍ່

ສະຖານທີ່ເຮັດວຽກ

  • ບໍລິສັດ ຫຼື ສຳນັກງານທີ່ຈັດຈໍາໜ່າຍກ່ຽວກັບວັດສະດຸ

  • ໂຮງງານ ຫຼື ສະຖານທີ່ຜະລິດ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ວິສະວະກອນວັດສະດຸຄົນອື່ນໆໃນທີມ

  • ວິສະວະກອນກົນຈັກ

  • ວິສະວະກອນອຸດສາຫະກໍາ

  • ລູກຄ້າ

  • ຝ່າຍຜະລິດ

  • ທີມບໍລິຫານ, ທີມຜູ້ຈັດການ

ທາງເລືອກອາຊີບ

ອາຊີບຂອງວິສະວະກອນວັດສະດຸແມ່ນມີທາງເລືອກອາຊີບທີ່ໜ້າສົນໃຈດັ່ງນີ້:  ​​

  • ສາມາດເຮັດວຽກກັບໜ່ວຍງານວິໄຈຕ່າງໆ ທັງພາກລັດ ແລະ ເອກະຊົນ

  • ສາມາດນໍາໃຊ້ຄວາມຮູ້ທີ່ມີໃນການປະກອບອາຊີບທີ່ກົງສາຍໂດຍສະເພາະແມ່ນເປັນວິສະວະກອນວັດສະດຸທີ່ເຮັດການຄົ້ນຄວ້າ, ວິໄຈ ແລະ ຜະລິດວັດສະດຸໃນໂຮງງານ

  • ສາມາດນໍາໃຊ້ຄວາມຮູ້ທີ່ມີເຮັດວຽກໃນສາຍອາຊີບທີ່ໃກ້ຄຽງກັນໄດ້ເຊັ່ນ:ອາຊີບວິສະວະກອນກົນຈັກ, ວິສະວະກອນອຸດສາຫະກໍາ

  • ສາມາດເປັນວິສະວະກອນຝ່າຍກວດສອບຄຸນນະພາບ

  • ສາມາດເປັນວິສະວະກອນຄວບຄຸມຂະບວນການຜະລິດ

  • ສາມາດເປັນທີ່ປຶກສາ, ອາຈານສອນ ແລະ ປະກອບທຸລະກິດສ່ວນຕົວເປັນຂອງຕົນເອງ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

ຕຳແໜ່ງ ແລະ ເສັ້ນທາງການເຕີບໂຕຂອງອາຊີບນີ້ ແມ່ນມີໂອກາດໃນການໄດ້ຮັບການເລື່ອນຂັ້ນເປັນ:

  • ທີ່ປຶກສາວິສະວະກອນວັດສະດຸລະດັບສູງ

  • ວິຊາການ/ຊ່ຽວຊານກ່ຽວກັບວິສະວະກໍາວັດສະດຸສະເພາະດ້ານ

  • ຜູ້ຈັດການ

  • ຖ້າມີຄວາມຮູ້ ແລະ ປະສົບການຫຼາຍ ກໍສາມາດສ້າງຕັ້ງບໍລິສັດ ຫຼື ໂຮງງານການຜະລິດເປັນຂອງຕົນເອງໄດ້

ຂັ້ນລາຍໄດ້

(ບໍ່ມີຂໍ້ມູນ)

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ອາຊີບນີ້ແມ່ນເປັນທີ່ຕ້ອງການຂອງຕະຫຼາດແຮງງານ ເນື່ອງຈາກເສດຖະກິດໃນປັດຈຸບັນແມ່ນຈຳເປັນຕ້ອງໄດ້ນຳໃຊ້ວັດສະດຸປະເພດຕ່າງໆ ເພື່ອເປັນສ່ວນໜຶ່ງຂອງການພັດທະນາ ເຮັດໃຫ້ເກີດມີການແຂ່ງຂັນກັນຢູ່ຕະຫຼອດ ແລະ ຖ້າເຮົາມີຄວາມຮູ້, ຄວາມສາມາດຫຼາຍ ກໍຍິ່ງເປັນທີ່ຕ້ອງການຂອງຕະຫຼາດແຮງງານ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນອາຊີບທີ່ຕະຫຼາດແຮງງານມີຄວາມຕ້ອງການ

  • ມີໂອກາດໄດ້ຮ່ວມເຮັດວຽກກັບນັກວິຊາການຕ່າງປະເທດ 

  • ສາມາດນຳຄວາມຮູ້ໄປປະຍຸກໃຊ້ໃນຊີວິດປະຈຳວັນໄດ້

  • ໄດ້ຄົ້ນຄິດ ແລະ ພັດທະນາຄວາມຮູ້ຂອງຕົນເອງຢູ່ເລື້ອຍໆ

ຂໍ້ເສຍ

  • ຕ້ອງມີຄວາມຮັບຜິດຊອບສູງ ເຮັດໃຫ້ເກີດມີຄວາມກົດດັນ

  • ໃຊ້ໄລຍະເວລາດົນໃນການຄົ້ນຄິດ ແລະ ການຜະລິດ

  • ຕ້ອງໃຊ້ຄວາມອົດທົນ ແລະ ຄວາມພະຍາຍາມສູງ ເຮັດໃຫ້ສົ່ງຜົນກະທົບຕໍ່ສຸຂະພາບ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ເປັນຄົນທີ່ມີຄວາມຄິດສ້າງສັນ ແລະ ມັກອອກແບບ 

  • ເປັນຄົນທີ່ມັກຮຽນຮູ້

  • ເປັນຄົນທີ່ມັກຄິດຄົ້ນ, ປັງປຸງ ແລະ ມັກສ້າງສິ່ງໃໝ່ໆ

  • ສາມາດເຮັດວຽກຮ່ວມກັບຄົນອື່ນໄດ້ດີ

  • ມີຄວາມຮັບຜິດຊອບ, ເປັນຜູ້ນຳ ແລະ ຜູ້ຕາມໄດ້ດີ

  • ຊ່າງສັງເກດ ແລະ ມັກໃນການຄິດວິເຄາະ

ທັກສະທີ່ເໝາະສົມກັບອາຊີບ

  • ທັກສະການອອກແບບ, ສ້າງຜະລິດຕະພັນ ແລະ ທັກສະການແປຮູບວັດສະດຸ

  • ຄວາມຮູ້ສະເພາະດ້ານກ່ຽວກັບເຄມີ, ຟີຊິກ

  • ທັກສະໃນການປັບໂຕ ແລະ ແກ້ໄຂບັນຫາ

  • ທັກສະການປັບປຸງ ແລະ ການນຳໃຊ້ຄືນໃໝ່

  • ທັກສະໃນການຄິດ, ວິເຄາະ ແລະ ປະເມີນ

  • ທັກສະທາງດ້ານຄະນິດສາດ ຫຼື ການຄິດໄລ່

ຄຸນຄ່າຂອງອາຊີບ

ອາຊີບນີ້ແມ່ນມີຄວາມສໍາຄັນຕໍ່ສັງຄົມເຮົາຫຼາຍພໍສົມຄວນ ເພາະວິສະວະກອນວັດສະດຸຈະເຮັດວຽກເພື່ອພັດທະນາ ແລະ ສ້າງຜະລິດຕະພັນ ຫຼື ລະບົບໃໝ່ ທີ່ສາມາດປັບປຸງຊີວິດການເປັນຢູ່ຂອງຄົນທີ່ຊົມໃຊ້ໄດ້. ນອກນັ້ນ, ຍັງເຮັດໃຫ້ເກີດມີການແປຮູບວັດສະດຸ ເພື່ອສາມາດນຳມາໃຊ້ຄືນໃໝ່ໄດ້ເຊັ່ນ: ແກ້ວນ້ຳທີ່ນໍາໃຊ້ຄືນໃໝ່, ກ່ອງໃສ່ອາຫານທີ່ສາມາດນໍາກັບມາໃຊ້ຄືນໃໝ່ເປັນຕົ້ນ.

ຊ່ອງທາງການສຶກສາເພີ່ມເຕີມ

ສາຂາທີ່ກ່ຽວຂ້ອງກັບສາຍອາຊີບນີ້ປະກອບມີ:

  • ຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ 

ນອກນັ້ນ, ອາຊີບນີ້ຍັງສາມາດສຶກສາທັກສະອື່ນໝຂັ້ນພື້ນຖານທີ່ຈໍາເປັນຕໍ່ການປະກອບອາຊີບນີ້ໄດ້ຜ່ານທາງອິນເຕີເນັດເຊັ່ນ: Google, Youtube. ນອກນັ້ນ, ຍັງສາມາດຮຽນຮູ້ຜ່ານເອກະສານ ຫຼື ຜູ້ທີ່ປະກອບອາຊີບນີ້ໂດຍກົງ.

ອາຊີບທີ່ໃກ້ຄຽງ

  • ວິສະວະກອນອຸດສາຫະກຳ

  • ວິສະວະກອນກົນຈັກ

ຄໍາແນະນໍາການພັດທະນາຕົນເອງ

  • ສຶກສາ ແລະ ຮຽນຮູ້ກ່ຽວກັບອົງປະກອບຂອງວັດສະດຸແຕ່ລະປະເພດ 

  • ຝຶກທັກສະການອອກແບບ ແລະ ສ້າງຜະລິດຕະພັນ

  • ຝຶກທັກສະທາງດ້ານຄະນິດສາດ,ເຄມີ, ຟີຊິກ

  • ຝຶກທັກສະທາງດ້ນພາສາຕ່າງປະເທດ ເພື່ອຈະສາມາດສຶກສາຫາຂໍ້ມູນອື່ນໄດ້ເພີ່ມເຕີມໃນເວລາເຮັດວຽກ

  • ຝຶກທັກສະໃນການວິເຄາະ, ວິໄຈ ແລະ ການປະເມີນ

ຊ່ວງເວລາໃນການເຮັດວຽກ

  • ບໍ່ມີໂມງເວລາໃນການເຮັດວຽກຕາຍຕົວ ຂຶ້ນກັບການກໍານົດຂອງແຕ່ລະອົງກອນ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page