top of page

ພະນັກງານຈຸຫ້ອງໂດຍສານ

ນິຍາມອາຊີບ

ພະນັກງານຈຸຫ້ອງໂດຍສານ ເປັນອາຊີບທີ່ເຮັດກ່ຽວກັບການເບິ່ງແຍງຮັກສາຄວາມປອດໄພຂອງຜູ້ໂດຍສານເທິງເຮືອບິນ   ເພື່ອໃຫ້ຜູ້ໂດຍສານເດີນທາງໄປສູ່ຈຸດໝາຍປາຍທາງດ້ວຍຄວາມປອດໄພ ແລະ ຊ່ວຍອຳນວຍຄວາມສະດວກໃຫ້ຜູ້ໂດຍສານເທິງເຮືອບິນເຊັ່ນ: ຈັດແຈງບ່ອນນັ່ງ, ເສີບອາຫານ ແລະ ເຄື່ອງດື່ມ ທີ່ສໍາຄັນແມ່ນເບິ່ງແຍງ, ໃຫ້ການຊ່ວຍເຫຼືອເມື່ອຜູ້ໂດຍສານຕ້ອງການຕະຫຼອດການເດີນທາງ.

ການເຮັດວຽກ

ລັກສະນະວຽກ

  •  ພະນັກງານຈຸຫ້ອງໂດຍສານ(Flight attendant) ບໍ່ມີເວລາໃນການເຮັດວຽກຕາຍໂຕ ເພາະຂຶ້ນກັບຖ້ຽວບິນ. ນອກຈາກນີ້, ການເຮັດວຽກກໍບໍ່ໄດ້ເຮັດທຸກມື້,​ ສ່ວນໃຫຍ່ແມ່ນໄລ່ເປັນເດືອນ ເຊັ່ນ: ໃນເດືອນນັ້ນໄດ້ມີຖ້ຽວບິນຈັກຄັ້ງ

  • ຖ້ຽວບິນແຕ່ລະຄັ້ງແມ່ນຈະຖືກມອບໝາຍໃຫ້ ອາດເປັນຖ້ຽວບິນພາຍໃນ ຫຼື ຖ້ຽວບິນຕ່າງປະເທດ

ໜ້າທີ່ຮັບຜິດຊອບ

  • ປະຊຸມກ່ອນບິນ

  • ກວດເຊັກອຸປະກອນເທິງເຮືອບິນ

  • ຕ້ອນຮັບຜູ້ໂດຍສານຂຶ້ນເຮືອບິນ

  • ກວດເບິ່ງຄວາມປອດໄພຂອງຜູ້ໂດຍສານ

  • ເສີບອາຫານ, ເຄື່ອງດື່ມ ແລະ ອຳນວຍຄວາມສະດວກ

  • ໃຫ້ການຊ່ວຍເຫຼືອຜູ້ໂດຍສານ

  • ສົ່ງຜູ້ໂດຍສານລົງຈາກເຮືອບິນ

  • ພັກຜ່ອນຕາມອັດທະຍາໄສ

ສະຖານທີ່ເຮັດວຽກ

  • ສຳນັກງານໃຫຍ່ຂອງສາຍການບິນ

  • ເຮືອບິນ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ນັກບິນ

  • ພະນັກງານຈຸຫ້ອງໂດຍສານຄົນອື່ນໆ

  • ຜູ້ໂດຍສານ

  • ພະນັກງານຕ້ອນຮັບເທິງພື້ນດິນ

  • ຝ່າຍຄົວການບິນ

  • ວິສະວະກອນເຄື່ອງບິນ

ທາງເລືອກອາຊີບ

  • ສາມາດເຮັດອາຊີບເປັນພະນັກງານຈຸຫ້ອງໂດຍສານເປັນວຽກຫຼັກ

  • ສາມາດນໍາໃຊ້ຄວາມຮູ້, ທັກສະທີ່ມີປະກອບອາຊີບສໍາຮອງ ເພື່ອຫາລາຍໄດ້ເພີ່ມເຊັ່ນ: ນັກແປເອກະສານ ຫຼື ເຮັດທຸກລະກິດສ່ວນຕົວຕ່າງໆ

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

ຄວາມກ້າວໜ້າໃນອາຊີບນີ້ໃນລັກສະນະຂອງການໄດ້ເລື່ອນຕຳແໜ່ງ ໂດຍມີທັງສາຍການບິນປະເມີນເອງ ຫາກຕຳ  ແໜ່ງສູງຂຶ້ນກໍຈະໄດ້ຮັບຄ່າຕອບແທນສູງຕາມໄປນຳ ເຊິ່ງພະນັກງານຈຸຫ້ອງໂດຍສານຈະມີລາຍຮັບຈາກຫຼາຍແຫ່ງເຊັ່ນ: ຖານເງິນເດືອນ, ຄ່າຊົ່ວໂມງບິນ ແລະ ຄ່າເບ້ຍລ້ຽງ.

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ພະນັກງານຈຸຫ້ອງໂດຍສານແມ່ນມີການແຂ່ງຂັນໃນຕະຫຼາດແຮງງານສູງ ແລະ ການຮັບນັກສຶກສາແມ່ນຂຶ້ນກັບສາຍການບິນນັ້ນໆຈະເປັນຜູ້ເປີດຮັບສະໝັກ ເພື່ອຄັດເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ ແລະ ບຸກຄະລິກກະພາບທີ່   ເໝາະສົມ ເພື່ອໄປຮຽນ ແລະ ມາເຮັດວຽກໃຫ້ກັບສາຍການບິນຂອງຕົນເອງ. ດັ່ງນັ້ນ, ຜູ້ທີ່ຈະປະກອບອາຊີບນີ້ຈໍາເປັນຕ້ອງມີຄວາມພ້ອມ ແລະ ທັກສະທີ່ເໝາະສົມ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ເປັນອາຊີບທີ່ຫຼາຍຄົນໄຝ່ຝັນ ເນື່ອງຈາກວ່າເປັນອາຊີບທີ່ໄດ້ຮັບຄ່າຕອບແທນສູງ

  • ມີໂອກາດໄດ້ໄປທ່ຽວຕ່າງປະເທດຫຼາຍປະເທດ

  • ໄດ້ພົບກັບຄົນໃໝ່ໆ

  • ໄດ້ເຝິກຄວາມອົດທົນ, ພາສາ

  • ໄດ້ເພີ່ມທັກສະການປັບຕົວເລື້ອຍໆ

ຂໍ້ເສຍ

  • ເກີດຄວາມຄິດ, ຄວາມກົດດັນໄດ້ງ່າຍ ໂດຍສະເພາະແມ່ນການບໍລິການໃຫ້ກັບຜູ້ໂດຍສານທີ່ມາຈາກຫຼາຍເຊື້ອຊາດ, ຫຼາຍພາສາ

  • ສົ່ງຜົນເສຍຕໍ່ສຸຂະພາບ: ໂມງຂອງການບິນແມ່ນແຕກຕ່າງຈາກການເຮັດວຽກອື່ນໆ ເພາະໂມງການບິນແມ່ນບໍ່ປົກກະຕິ. ດັ່ງນັ້ນ, ບາງຖ້ຽວບິນອາດກາຍໂມງນອນ, ໂມງພັກຜ່ອນ, ໂມງກິນເຂົ້າ. ດັ່ງນັ້ນ, ພະນັກງານຈຸຫ້ອງໂດຍສານຈໍາເປັນຕ້ອງຮັກສາສຸຂະພາບໃນມື້ທີ່ບໍ່ມີບິນ

  • ບໍ່ສາມາດຄາດການໄດ້ລ່ວງໜ້າ, ເພາະບາງຕາຕະລາງການບິນອາດມີການຂັບເຂື່ອນໄດ້ໃນບາງຄັ້ງ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີໃຈຮັກດ້ານການບໍລິການ ແລະ ພ້ອມໃຫ້ຄວາມຊ່ວຍເຫຼືອແກ່ຜູ້ໂດຍສານທັງໝົດ 

  • ມີທັດສະນະຄະຕິທີ່ດີ, ບໍ່ຈໍາແນກວ່າແຕ່ລະຄົນມີບຸກຄະລິກແບບໃດ ແລະ ບໍລິການດ້ວຍໃຈທັງໝົດ

  • ມີຮ່າງກາຍທີ່ສົມບູນແຂງແຮງ

  • ມີຄວາມຢືດຢຸ່ນດ້ານເວລາ, ມີການປັບໂຕກັບບຸກຄົນ ແລະ ສະຖານະການ

ທັກສະທີ່ເໝາະສົມກັບອາຊີບ

  • ມີທັກສະການສື່ສານ, ທັກສະດ້ານພາສາທ້ອງຖິ່ນ ແລະ  ພາສາຕ່າງປະເທດ

  • ມີທັກສະການເຮັດວຽກກັບຜູ້ອື່ນ ຫຼື ເຮັດວຽກເປັນທີມ

  • ມີທັກສະຄວາມເຂົ້າໃຈຄວາມແຕກຕ່າງຂອງວັດທະນະທຳ

  • ມີທັກສະການແກ້ໄຂບັນຫາສະເພາະໜ້າ

  • ມີຄວາມຮູ້ທາງການປະຖົມພະຍາບານເບື້ອງຕົ້ນ: ເມື່ອເກີດເຫດການສຸກເສີນກັບຜູ້ໂດຍສານເຊັ່ນ: ເປັນວິນ, ເປັນລົມ ຫຼື ອື່ນໆ. ພະນັກງານຈຸຫ້ອງໂດຍສານຈະຕ້ອງເປັນຜູ້ທີ່ຊ່ວຍເຫຼືອ ແລະ ປະຖົມພະຍາບານເບື້ອງຕົ້ນໃຫ້

ຄຸນຄ່າຂອງອາຊີບ

ຄຸນຄ່າຂອງອາຊີບນີ້ຄືຄວາມພູມໃຈທີ່ໄດ້ເບິ່ງແຍງເລື່ອງຄວາມປອດໄພ ແລະ ໃຫ້ການຊ່ວຍເຫຼືອກັບຜູ້ໂດຍສານຕະຫຼອດການເດີນທາງເພື່ອໃຫ້ຜູ້ໂດຍສານເດີນທາງໄປຮອດຈຸດໝາຍປາຍທາງດ້ວຍຄວາມສະຫວັດດີພາບ. ຖ້າຫາກວ່າບໍ່ມີອາຊີບນີ້, ເມື່ອເຮົາຕ້ອງການຄວາມຊ່ວຍເຫຼືອໃນເຮືອບິນອາດບໍ່ມີຄົນທີ່ເບິ່ງແຍງ ແລະ ອໍານວຍຄວາມສະດວກໃຫ້ເຮົາໄດ້.

ຊ່ອງທາງການສຶກສາເພີ່ມເຕີມ

ຄົນທີ່ຈະມາເປັນອາຊີບພະນັກງານຈຸຫ້ອງໂດຍສານສາມາດຮຽນຈົບອັນໃດກໍໄດ້  ໂດຍທີ່ວ່າສາຍການບິນເປັນຜູ້ປະກາດຮັບໂດຍສະເພາະ ເພື່ອໄປຮຽນຮູ້ເປັນພະນັກງານຈຸຫ້ອງໂດຍສານໂດຍສະເພາະ ເຊິ່ງບຸກຄົນທີ່ມາສະໝັກນັ້ນຕ້ອງມີຄຸນສົມບັດໃນສ່ວນຂອງຄວາມຮູ້ກໍຄື: ພາສາທີ 2 ເປັນຕົ້ນແມ່ນພາສາອັງກິດ ແລະ ພາສາທີ3 ຖ້າມີກໍຍິ່ງເປັນການດີ. ນອກນັ້ນ, ບຸກຄົນທີ່ຈະສະໝັກໃນອາຊີບນີ້ກໍຍັງມີບຸກຄະລິກກະພາບ ແລະ ໄຫວພິບທີ່ດີອີກດ້ວຍ.

ອາຊີບທີ່ໃກ້ຄຽງ

  • ພະນັກງານຕ້ອນຮັບໂຮງແຮມ

  • ພະນັກງານຕ້ອນຮັບເທິງລົດເມ

  • ພະນັກງານຕ້ອນຮັບເທິງລົດໄຟ

ຄໍາແນະນໍາການພັດທະນາຕົນເອງ

  • ໝັ່ນເຝິກຝົນທາງດ້ານທັກສະພາສາ ໂດຍສະເພາະແມ່ນພາສາອັງກິດ. ຖ້າຫາກວ່າໄດ້ພາສາທີ 3-4 ກໍເປັນການດີ

  • ຕ້ອງໄດ້ເຝິກຝົນທັກສະດ້ານການສົນທະນາ, ການເວົ້າໃຫ້ມີສະເໜ່ ແລະ ໜ້າເຊື່ອຖື

  • ສຸຂະພາບກໍເປັນສິ່ງສໍາຄັນ, ຜູ້ທີ່ຢາກປະກອບອາຊີບນີ້ຈໍາເປັນຕ້ອງໄດ້ໝັ່ນອອກກໍາລັງກາຍ ແລະ ຮັກສາສຸຂະພາບຂອງຕົນເອງໃຫ້ດີຢູ່ສະເໝີ

  • ຕ້ອງຮູ້ຈັກການຄວບຄຸມອາລົມຂອງຕົນເອງ ເພາະເວລາທີ່ເຮັດວຽກແມ່ນຕ້ອງໄດ້ໃຊ້ຢ່າງແນ່ນອນ

  • ຄວາມສະຫຼາດທາງດ້ານອາລົມເປັນຕົ້ນແມ່ນການແກ້ໄຂບັນຫາສະເພາະໜ້າ

ຊ່ວງເວລາໃນການເຮັດວຽກ

  • ບໍ່ແນ່ນອນ ຂຶ້ນກັບການກຳນົດຕາຕະລາງການບິນຂອງແຕ່ລະຄົນ ທີ່ໄດ້ຮັບຈາກສາຍການບິນ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page