top of page

ນັກອອກແບບເສື້ອຜ້າ

ນິຍາມອາຊີບ

ນັກອອກແບບເສື້ອຜ້າ ແມ່ນຜູ້ສ້າງສັນຜົນງານຜ່ານການອອກແບບ ແລະ ຜະລິດເສື້ອຜ້າຕ່າງໆ ເພື່ອໃຫ້ເຂົ້າກັບຍຸກສະໄໝ, ມີຄວາມໂດດເດັ່ນ ແລະ ແປກໃໝ່. ນອກຈາກເສື້ອຜ້າແລ້ວ, ບາງຄົນກໍຍັງອອກແບບເຄື່ອງປະດັບອີກດ້ວຍ ເພື່ອຕອບສະໜອງຕາມລົດສະນິຍົມຂອງຄົນໃນສັງຄົມ.

ການເຮັດວຽກ

ລັກສະນະວຽກ

ລັກສະນະການເຮັດວຽກຂອງນັກອອກແບບເສື້ອຜ້າ ແມ່ນຈະນໍາໃຊ້ຄວາມຄິດສ້າງສັນເປັນສ່ວນໃຫຍ່ ແລະ ຕ້ອງໄດ້ຄິດວິເຄາະ ພ້ອມທັງສຶກສາວັດຖຸທີ່ຈະນໍາມາອອກແບບ ເພື່ອເຮັດລາຍຜ້າ ແລະ ຕັດຫຍິບ. ນັກອອກແບບເສື້ອຜ້າຂອງແຕ່ລະຮ້ານຈະແຕກຕ່າງກັນໄປດັ່ງນີ້:

  • ບາງຮ້ານ ຜູ້ອອກແບບເສື້ອຜ້າຈະຕ້ອງໄດ້ອອກແບບ, ຕັດ ແລະ ຫຍິບເສື້ອຜ້າພ້ອມ

  • ສໍາລັບຮ້ານໃຫຍ່ ແມ່ນຈະມີໜ້າທີ່ອອກແບບ ແລະ ແນະນໍາຜູ້ຫຍິບ, ຜູ້ຕັດ​

​ເຊິ່ງນັກອອກແບບເສື້ອຜ້າແຕ່ລະຄົນ ຈະມີລັກສະນະເສື້ອຜ້າທີ່ມັກແຕກຕ່າງກັນໄປ. ດັ່ງນັ້ນ, ນັກອອກແບບແຕ່ລະຄົນຈະມີລັກສະນະເສື້ອຜ້າທີ່ຕ່າງກັນ ເຊັ່ນ: ບາງຄົນມັກເສື້ອຜ້າທີ່ເປັນຊຸດຣາຕີ, ນັກອອກແບບບາງຄົນມັກ ແລະ ອອກແບບກ່ຽວກັບຊຸດແຟຊັ່ນ ແລະ ອື່ນໆ.

ໜ້າທີ່ຮັບຜິດຊອບ

  • ຊອກຫາແຮງບັນດານໃຈ ແລະ ອອກແບບເສື້ອຜ້າຕ່າງໆ ເພື່ອໃຫ້ເປັນຜົນງານທີ່ແປກໃໝ່, ບໍ່ຊ້ຳໃຜ ແລະ ເປັນມິດກັບສິ່ງແວດລ້ອມ

  • ສ້າງແບບ, ຕັດ ແລະ ຫຍິບເສື້ອຜ້າຕາມແບບຂອງຕົນເອງ

  • ຖ້າສອນຢູ່ໂຮງຮຽນທີ່ກ່ຽວກັບການອອກແບບເສື້ອຜ້າ ກໍມີໜ້າທີ່ສອນ ແລະ ແນະແນວນັກຮຽນ  

  • ນັກອອກແບບບາງຄົນກໍຖ່າຍແບບໂຄສະນາເສື້ອຜ້າທີ່ຕົນອອກແບບເອງ

ສະຖານທີ່ເຮັດວຽກ

  • ເປີດຮ້ານເສື້ອຜ້າເປັນຂອງຕົນເອງ

  • ອອກແບບໃຫ້ກັບແບຣນເສື້ອອື່ນໆ

  • ເຮັດວຽກຢູ່ຮ້ານເສື້ອຜ້າທີ່ສັ່ງຕັດແບບພິເສດ

  • ຮັບງານອອກແບບອິດສະຫຼະ

  • ໂຮງຮຽນສອນອອກແບບເສື້ອຜ້າ

ຜູ້ທີ່ຕ້ອງເຮັດວຽກຮ່ວມ

  • ຄົນຕັດ ແລະ ຄົນຫຍິບ (ຖ້າກໍລະນີແມ່ນຜູ້ອອກແບບ ຈະບໍ່ໄດ້ຕັດ ແລະ ຫຍິບເອງ)

  • ຄົນເກັບລາຍລະອຽດເສື້ອ ເຊັ່ນ: ຫຍິບກະດຸມ, ສອຍເສື້ອ, ລີດເສື້ອ,...

  • ລູກຄ້າ

  • ຝ່າຍບໍລິຫານ ຫຼື ຝ່າຍອື່ນໆ (ໃນກໍລະນີທີ່ເຮັດວຽກຢູ່ຮ້ານ)

  • ອາຈານສອນຄົນອື່ນໆ (ຖ້າເປັນອາຈານສອນໃນໂຮງຮຽນ)

ທາງເລືອກອາຊີບ

ນັກອອກແບບເສື້ອຜ້າ ສາມາດເຮັດເປັນອາຊີບທີ່ໝັ້ນຄົງໄດ້ ເພາະສ່ວນຫຼາຍນັກອອກແບບເສື້ອຜ້າຈະມີຮ້ານ ຫຼື ໃຊ້ເຮືອນທີ່ຕົນເອງຢູ່ ແລະ ຄິດວ່າເໝາະສົມທີ່ຈະສ້າງຫ້ອງເສື້ອຜ້າ ຫຼື ເປັນຮ້ານຮັບອອກແບບ-ຕັດເສື້ອຜ້າ ເພາະວ່າອາຊີບນັກອອກແບບເສື້ອຜ້າສ່ວນໃຫຍ່ແມ່ນເປັນອາຊີບອິດສະຫຼະ. ນອກນີ້, ຖ້າຫາກວ່າຜູ້ໃດທີ່ມີອາຊີບຫຼັກຢູ່ແລ້ວ ແຕ່ມີຄວາມມັກ-ຮັກດ້ານເສື້ອຜ້າ ກໍສາມາດເຮັດເປັນອາຊີບເສີມ ເພື່ອຫາລາຍໄດ້ບາງສ່ວນ.

ຄວາມກ້າວໜ້າທາງດ້ານອາຊີບ

ການເຕີບໂຕທາງດ້ານອາຊີບ

  • ນັກອອກແບບສາມາດເຮັດວຽກຢູ່ຮ້ານເສື້ອຜ້າ ເພື່ອເກັບກ່ຽວປະສົບການ ເຮັດໃຫ້ພໍມີທຶນສາມາດເປີດທຸລະກິດເປັນຂອງຕົນເອງໄດ້ ເຊັ່ນ: ເປີດເປັນຫ້ອງເສື້ອຜ້າທີ່ເປັນແບຣນຂອງຕົນເອງ ຫຼື ເປັນຮ້ານຮັບອອກແບບ-ຕັດຫຍິບເສື້ອຜ້າໃຫ້ລູກຄ້າໄປງານຕ່າງໆ ເປັນຕົ້ນແມ່ນງານແຕ່ງ, ງານລ້ຽງ,…

  • ເປີດໂຮງຮຽນສອນອອກແບບ

ເງິນເດືອນພື້ນຖານ

(ບໍ່ມີຂໍ້ມູນ)

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ການອອກແບບເສື້ອຜ້າໃນຍຸກນີ້ເປັນທີ່ນິຍົມຫຼາຍ ເພາະປັດຈຸບັນຜູ້ຄົນມັກຮັກໃນການແຕ່ງໂຕ ແລະ ມັກປ່ຽນວິທີການແຕ່ງໂຕໃຫ້ທັນຕາມຍຸກສະໄໝ ຈຶ່ງເຮັດໃຫ້ເກີດການແຂ່ງຂັນທາງດ້ານການອອກແບບເສື້ອ ເພາະເສື້ອທີ່ຈະອອກສູ່ສາຍຕາຂອງສັງຄົມຕ້ອງເປັນເສື້ອຜ້າທີ່ບໍ່ຊ້ຳ ແລະ ຕ້ອງຕອບໂຈດກັບຄວາມຕ້ອງການຂອງຄົນໃນສັງຄົມ. ນອກນີ້, ວຽກຂອງການອອກແບບຍັງເປັນວຽກທີ່ລະອຽດອ່ອນ ເພາະເປັນຊັບສິນທາງປັນຍາ. 

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ

  • ໄດ້ຮັບແນວຄິດ, ໄອເດຍໃໝ່ເລື້ອຍໆ ໂດຍສະເພາະແມ່ນກ່ຽວກັບເສື້ອຜ້າ 

  • ໄດ້ຮູ້ຈັກວິທີການແຕ່ງໂຕຂອງຕົນເອງ

  • ມີລາຍໄດ້ສູງ

  • ມີໂອກາດເປັນທີ່ຮູ້ຈັກ ແລະ ມີຊື່ສຽງໃນສັງຄົມ

ຂໍ້ເສຍ

  • ເກີດການກ່າຍ ຫຼື ລັກເອົາຄວາມຄິດໄດ້ງ່າຍ

  • ໃຊ້ເວລາຫຼາຍໃນການຄິດ ແລະ ຈິນຕະນາການ ບາງຄັ້ງແຮງບັນດານໃຈໃນການອອກແບບເສື້ອຜ້າບໍ່ມີ ເຮັດໃຫ້ຕ້ອງອອກໄປຫາແນວຄິດໃໝ່ເລື້ອຍໆ

ຄຸນສົມບັດທີ່ເໝາະສົມກັບອາຊີບ

  • ມີຄວາມມັກ-ຮັກດ້ານເສື້ອຜ້າ

  • ເປັນຄົນທີ່ມັກ-ຮັກກ່ຽວກັບການແຕ່ງຕົວ

  • ມີລົດສະນິຍົມເປັນຂອງຕົນເອງ

  • ມີຈັນຍາບັນໃນການອອກແບບ ໂດຍສະເພາະແມ່ນລິຂະສິດ ແລະ ຊັບສິນທາງປັນຍາ

ທັກສະທີ່ເໝາະສົມກັບອາຊີບ

  • ຄວາມຄິດສ້າງສັນ

  • ການສັງເກດ ແລະ ການສ້າງແຮງບັນດານໃຈໃນການສ້າງຜົນງານໜຶ່ງໆ

  • ຄວາມຮູ້ສະເພາະທາງໃນດ້ານການອອກແບບ, ຕັດ, ຫຍິບ 

  • ຄວາມຮູ້ກ່ຽວກັບຈຸດພິເສດຂອງເນື້ອຜ້າແຕ່ລະແບບ

  • ທັກສະດ້ານພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດ ຈະຊ່ວຍໃຫ້ເຮົາເຮັດວຽກກັບຄົນຕ່າງປະເທດໄດ້ ແລະ ຊ່ວຍໃຫ້ມີເຄືອຂ່າຍທາງສັງຄົມກວ້າງຂຶ້ນ

ຄຸນຄ່າຂອງອາຊີບ

ເສື້ອຜ້າເປັນສິ່ງທີ່ຄົນໃນສັງຄົມຂາດບໍ່ໄດ້ ຍິ່ງໃນປັດຈຸບັນ, ເສື້ອຜ້າໄດ້ກາຍເປັນປັດໄຈທີ່ສໍາຄັນຂອງຄົນໃນການສ້າງບຸກຄະລິກກະພາບໃຫ້ມີຄວາມໝັ້ນໃຈ ແລະ ເຮັດໃຫ້ຄົນໃດຄົນໜຶ່ງມີສະເໜ່. ໃນເວລາທີ່ມີໂອກາດສໍາຄັນ ສິ່ງທີ່ຂາດບໍ່ໄດ້ກໍແມ່ນເສື້ອຜ້າທີ່ເຂົ້າກັບງານ ຫຼື ເໝາະສົມກັບງານ. ນັກອອກແບບຈຶ່ງເປັນຜູ້ທີ່ອອກແບບເສື້ອຜ້າໃຫ້ເຂົ້າກັບແຕ່ລະໄລຍະ ເພື່ອໃຫ້ທັນກັບການວິວັດຂອງສັງຄົມ.

ຊ່ອງທາງການສຶກສາເພີ່ມເຕີມ

  • ສູນເຕັກນິກວິຊາຊີບປາກປ່າສັກ

  • VTFA ສະຖາບັນສອນອອກແບບ ແລະ ຕັດຫຍິບວຽງຈັນ

  • Msn ສະຖາບັນສອນຕັດຫຍິບ ແລະ ອອກແບບມີສະເໜ່

ອາຊີບທີ່ໃກ້ຄຽງ

  • ນັກອອກແບບເຄື່ອງປະດັບ

  • ນັກອອກແບບກຣາຟຟິກ

  • ນາງແບບ

ຄໍາແນະນໍາການພັດທະນາຕົນເອງ

  • ຮຽນຮູ້ຄຳສັບສະເພາະທາງ ເພື່ອສື່ສານກັບຊ່າງຕັດຫຍິບ

  • ສຶກສາກ່ຽວກັບການອອກແບບຂອງຕ່າງປະເທດ ໂດຍສະເພາະແມ່ນຫາຄວາມມັກ-ຮັກໃຫ້ເຫັນວ່າຕົນເອງມີຄວາມສົນໃຈໃນການອອກແບບລັກສະນະໃດ ເຊັ່ນ: ແບບທັນສະໄໝ, ແບບປະຍຸກ ຫຼື ເສື້ອຜ້າທີ່ເປັນລັກສະນະບູຮານ

  • ໝັ່ນເຝິກທັກສະດ້ານພາສາ ເພາະພາສາອັງກິດຈະສາມາດຊ່ວຍໃຫ້ຄົ້ນຫາຂໍ້ມູນກ່ຽວກັບການອອກແບບເປັນພາສາຕ່າງປະເທດໄດ້ງ່າຍ ແລະ ມີໂອກາດໃນການເຮັດວຽກກັບຕ່າງປະເທດ

ຊ່ວງເວລາໃນການເຮັດວຽກ

  • ຂຶ້ນກັບຕົນເອງກໍານົດ

  • ຖ້າເຮັດວຽກໃຫ້ກັບສະຖານທີ່ປະກອບການ ແມ່ນຂຶ້ນກັບສະຖານທີ່ປະກອບການນັ້ນກໍານົດ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page