ໄກ້ນຳທ່ຽວ
ນິຍາມອາຊີບ
ພະນັກງານນໍາທ່ຽວ ຫຼື ໄກ້ນໍາທ່ຽວ ແມ່ນຜູ້ທີ່ມີອໍານວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ ເຊັ່ນ: ນໍາພານັກທ່ອງທ່ຽວໄປຫາຈຸດໝາຍປາຍທາງ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ. ນອກນີ້, ໄກ້ນໍາທ່ຽວຍັງເປັນທູດທາງດ້ານວັດທະນະທໍາ ທີ່ອໍານວຍຄວາມສະດວກທາງດ້ານຂໍ້ມູນຂອງສະຖານທີ່ຕ່າງໆໃຫ້ລູກຄ້າໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເບິ່ງແຍງນັກທ່ອງທ່ຽວຕະຫຼອດໄລຍະເວລາການທ່ອງທ່ຽວ.
ການເຮັດວຽກ
ລັກສະນະວຽກ
ລັກສະນະວຽກຂອງໄກ້ນໍາທ່ຽວ ແມ່ນເປັນວຽກບໍລິການ ເຊິ່ງໄກ້ນໍາທ່ຽວມີ 2 ປະເພດ ໂດຍຫຼັກໆປະກອບມີ:
-
ໄກ້ນໍາທ່ຽວພາຍໃນ
-
ໄກ້ນໍາທ່ຽວຕ່າງປະເທດ
ຢ່າງໃດກໍຕາມ, ບາງຄົນກໍເປັນໄກ້ 2 ປະເພດໄດ້ເຊັ່ນກັນ ກໍຄືທັງພາຍໃນ ແລະ ຕ່າງປະເທດ ເຊິ່ງຂຶ້ນກັບລູກຄ້າ ແລະ ບໍລິສັດເປັນຜູ້ຈັດໃຫ້.
ໜ້າທີ່ຮັບຜິດຊອບ
-
ສຶກສາ, ຄົ້ນຄວ້າຫາຂໍ້ມູນກ່ຽວກັບສະຖານທີ່ທ່ອງທ່ຽວ ເຊັ່ນ: ສະຖານທີ່ທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ ແລະ ທຳມະຊາດ
-
ອອກແບບໂປຣແກຣມການທ່ອງທ່ຽວ ຫຼື ຖ້າຫາກໄດ້ໂປຣແກຣມທົວນໍາບໍລິສັດ ກໍໄປສຶກສາລາຍລະອຽດຕ່າງໆ
-
ວາງແຜນກໍານົດເສັ້ນທາງ, ຕິດຕໍ່ໂຮງແຮມ ຫຼື ສະຖານທີ່ພັກ, ບ່ອນຫຼິ້ນກິດຈະກໍາຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວ
-
ເບິ່ງແຍງນັກທ່ອງທ່ຽວ ໃນໄລຍະເວລາຂອງການເດີນທາງທ່ອງທ່ຽວ ແລະ ພານັກທ່ອງທ່ຽວໄປທ່ຽວຊົມສະຖານທີ່ຕ່າງໆຕາມໂປຣແກຣມ
-
ຕິດຕາມ ແລະ ປະເມີນຜົນຄວາມເພິ່ງພໍໃຈຂອງລູກຄ້າ ເພື່ອນຳໄປປັບປຸງແກ້ໄຂໃນຄັ້ງຕໍ່ໄປ
ສະຖານທີ່ເຮັດວຽກ
-
ບໍລິສັດນໍາທ່ຽວທັງພາຍໃນ ແລະ ຕ່າງປະເທດ
-
ໂຮງແຮມ ຫຼື ສະຖານທີ່ທ່ອງທ່ຽວຕ່າງໆ
-
ໄກ້ນໍາທ່ຽວອິດສະຫຼະ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ພະແນກການຕະຫຼາດ, ພະແນກການເງິນ
-
ໄກ້ນໍາທ່ຽວຄົນອື່ນໆ
-
ນັກທ່ອງທ່ຽວ
-
ຜູ້ປະກອບການ ແລະ ພະນັກງານຢູ່ໂຮງແຮມ, ຣີສອດ ຫຼື ບ້ານພັກ
-
ຜູ້ເບິ່ງແຍງສະຖານທີ່ທີ່ຈະໄປຫຼິ້ນກິດຈະກໍາຕ່າງໆ
-
ພະນັກງານຂັບລົດ
-
ບໍລິສັດລົດທົວ (ໃນກໍລະນີທີ່ຕ້ອງເຊົ່າລົດເພື່ອການເດີນທາງ)
ທາງເລືອກອາຊີບ
ອາຊີບໄກ້ນໍາທ່ຽວ ແມ່ນສາມາດປະກອບເປັນອາຊີບຫຼັກເພື່ອຫາລາຍໄດ້ໄດ້. ນອກນີ້, ເມື່ອໃນລະດູທີ່ບໍ່ສາມາດອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວໄດ້ ຫຼື ເມື່ອເກີດມີການແຜ່ລະບາດຂອງພະຍາດຕ່າງໆ ກໍສາມາດຜັນປ່ຽນໄປປະກອບອາຊີບອື່ນໄດ້ເຊັ່ນ:
-
ພະນັກງານຕ້ອນຮັບໂຮງແຮມ
-
ນັກສົ່ງເສີມການທ່ອງທ່ຽວ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ເມື່ອມີປະສົບການຫຼາຍ ລາຍໄດ້ກໍຈະສູງ
-
ສາມາດເລື່ອນຂັ້ນເປັນຜູ້ຈັດການໄກ້ນໍາທ່ຽວໄດ້
-
ສາມາດປະກອບທຸລະກິດເປັນຂອງຕົນເອງໄດ້ ຫຼື ເປັນຜູ້ບໍລິຫານບໍລິສັດໄກ້ນຳທ່ຽວໄດ້
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ການທ່ອງທ່ຽວແມ່ ນເປັນຫົວໃຈຫຼັກໃນການພັດທະນາເສດຖະກິດ, ການທ່ອງທ່ຽວແມ່ນເປັນທີ່ນິຍົມສໍາລັບຫຼາຍໄວອາຍຸ ເຊັ່ນ: ນັກຮຽນ, ນັກສຶກສາ, ໄວເຮັດວຽກ ຫຼື ໄວບໍານານ. ດັ່ງນັ້ນ, ໄກ້ນໍາທ່ຽວຈຶ່ງເປັນທີ່ຕ້ອງການຂອງຄົນໃນສັງຄົມ. ຢ່າງໃດກໍຕາມ, ການແຂ່ງຂັນໃນການເປັນໄກ້ນຳທ່ຽວກໍມີສູງເຊັ່ນດຽວກັນ. ເພາະສະນັ້ນ, ໄກ້ນໍາທ່ຽວຈຶ່ງຕ້ອງໄດ້ເຝິກຝົນທັກສະ ແລະ ຄວາມສາມາດຂອງຕົນເອງໃຫ້ໂດດເດັ່ນ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ໄດ້ອອກເດີນທາງທ່ອງທ່ຽວເລື້ອຍໆ ທັງພາຍໃນ ແລະ ຕ່າງປະເທດ
-
ໄດ້ເປີດມຸມມອງແນວຄວາມຄິດຜ່ານການເດີນທາງ
-
ໄດ້ຮູ້ຈັກຜູ້ຄົນໃໝ່ໆ ແລະ ມີເຄືອຂ່າຍທາງສັງຄົມກວ້າງຂຶ້ນ
ຂໍ້ເສຍ
-
ມີເວລາໃນການເຮັດວຽກບໍ່ແນ່ນອນ
-
ເມື່ອມີການເດີນທາງເລື້ອຍໆ ອາດບໍ່ມີເວລາໃຫ້ກັບຕົນເອງ ແລະ ຄອບຄົວ
-
ໃນການເດີນທາງແຕ່ລະຄັ້ງ ຈະພົບກັບນັກທ່ອງທ່ຽວທີ່ມີນິໄສ, ບຸກຄະລິກ ຫຼື ລັກສະນະທີ່ແຕກຕ່າງກັນ. ດັ່ງນັ້ນ, ໄກ້ນໍາທ່ຽວຈຶ່ງຕ້ອງຮັບມືກັບອາລົມຂອງນັກທ່ອງທ່ຽວໃນທຸກໆຮູບແບບ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມັກ-ຮັກໃນການທ່ອງທ່ຽວ ແລະ ມັກສຶກສາເລື່ອງວັດທະນະທໍາຕ່າງໆ
-
ອັດທະຍາໄສດີ ແລະ ສາມາດເຂົ້າກັບລັກສະນະນິໄສຂອງຄົນໃນຫຼາຍຮູບແບບ
-
ເປັນຄົນຊ່າງສັງເກດ, ມີຄວາມອົດທົນ
-
ເປັນຄົນທີ່ມີທັດສະນະຄະຕິດີ ແລະ ອາລົມດີ, ສາມາດສ້າງສຽງຫົວໃຫ້ກັບນັກທ່ອງທ່ຽວຄົນອື່ນໆໄດ້
-
ຕົງເວລາ ແລະ ມີທັກສະການເປັນຜູ້ນໍາ, ກ້າຕັດສິນໃຈ
-
ມີໃຈຮັກໃນດ້ານການບໍລິການ
ທັກສະທີ່ເໝາະສົມກັບອາຊີບ
-
ທັກສະການສື່ສານທີ່ດີ, ໄຫວພິບດີ ແລະ ທັກສະການແກ້ໄຂບັນຫາທີ່ດີ
-
ທັກສະພາສາອັງກິດ ຫຼື ພາສາທີ 3 ເພາະຕ້ອງໃຊ້ສື່ສານກັບນັກທ່ອງທ່ຽວຕ່າງປະເທດ
-
ທັກສະ ຫຼື ຄວາມຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາ ແລະ ສະຖານທີ່ທ່ອງທ່ຽວຕ່າງໆທີ່ກ່ຽວຂ້ອງ
ຄຸນຄ່າຂອງອາຊີບ
ອາຊີບໄກ້ນໍາທ່ຽວ ບໍ່ເປັນພຽງແຕ່ຜູ້ທີ່ນໍາພາ ແລະ ອຳນວຍຄວາມສະດວກໃຫ້ນັກທ່ອງທ່ຽວໄດ້ໄປເຖິງຈຸດໝາຍປາຍທາງເທົ່ານັ້ນ ແຕ່ໄກ້ນໍາທ່ຽວຍັງເປັນທູດແຫ່ງວັດທະນະທໍາ ເພາະຂໍ້ມູນອັນດີງາມທາງດ້ານວັດທະນະທໍາ, ການທ່ອງທ່ຽວ, ແນວຄິດ ຫຼື ມຸມມອງດີໆທີ່ນັກທ່ອງທ່ຽວຈະໄດ້ຮັບເອົາ ແມ່ນຂຶ້ນກັບໄກ້ນໍາທ່ຽວເປັນຄົນເລົ່າ-ເປັນຄົນບັນຍາຍໃຫ້ຟັງ. ນອກນີ້, ໄກ້ນໍາທ່ຽວຍັງເຮັດໃຫ້ນັກທ່ອງທ່ຽວຫຼາຍຄົນທີ່ບໍ່ເຄີຍຮູ້ຈັກກັນມາກ່ອນ ໃຫ້ມາສະໜິດກັນ ແລະ ຮັກແພງກັນ ຜ່ານການທ່ອງທ່ຽວ.
ຊ່ອງທາງການສຶກສາເພີ່ມເຕີມ
ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:
-
ມະຫາວິທະຍາໄລແຫ່ງຊາດລາວ
- ຄະນະວິທະຍາສາດສັງຄົມ
-
ວິທະຍາໄລເຕັກນິກປາກປ່າສັກ
ນອກນັ້ນ, ທ່ານຍັງສາມາດຫາຄວາມຮູ້ເພີ່ມເຕີມໄດ້ຜ່ານ Youtube, Google, Internet... ເພື່ອຮຽນຮູ້ທັກສະທີ່ຈໍາເປັນໃນການເປັນໄກ້ນໍາທ່ຽວ, ເຝິກທັກສະຄວາມຮູ້ດ້ານພາສາ ແລະ ຄວາມຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວຕ່າງໆ.
ອາຊີບທີ່ໃກ້ຄຽງ
-
ນັກສົ່ງເສີມການທ່ອງທ່ຽວ
-
ພະນັກງານຕ້ອນຮັບໂຮງແຮມ
-
ພະນັກງານຈຸຫ້ອງໂດຍສານ
ຄໍາແນະນໍາການພັດທະນາຕົນເອງ
-
ເຝິກຝົນທັກສະດ້ານພາສາອັງກິດ ຫຼື ພາສາທີ 3 ລວມໄປເຖິງທັກສະດ້ານການສື່ສານ
-
ເຝິກຝົນບຸກຄະລິກກະພາບ ແລະ ນິໄສ ໃຫ້ເປັນຄົນທີ່ອັດທະຍາໄສດີ ແລະ ສາມາດປັບໂຕໃຫ້ເຂົ້າກັບສະພາບແວດລ້ອມໄດ້
-
ສຶກສາຂໍ້ມູນເລື່ອງສະຖານທີ່ທ່ອງທ່ຽວຕ່າງໆ ເຊັ່ນ: ສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ
ຊ່ວງເວລາໃນການເຮັດວຽກ
-
ບໍ່ມີໂມງເຮັດວຽກຕາຍໂຕ




