ຝ່າຍບຸກຄະລາກອນ
ນິຍາມອາຊີບ
ຝ່າຍບຸກຄະລາກອນ (HR) ແມ່ນຜູ້ທີ່ຈັດການ-ບໍລິຫານຊັບພະຍາກອນມະນຸດໃນອົງກອນ ເຮັດໜ້າທີ່ໃນການຊອກຫາ ແລະ ພັດທະນາຊັບພະຍາກອນມະນຸດ. ຫຼາຍຄົນອາດຄິດວ່າວຽກຂອງ HR ນັ້ນເປັນວຽກຈັດເອກະສານທີ່ບໍ່ມີຄວາມສຳຄັນຫຍັງຫຼາຍ ແຕ່ຄວາມຈິງແລ້ວຝ່າຍ HR ນັ້ນມີຄວາມສຳຄັນຫຼາຍຕໍ່ບໍລິສັດ ເພາະຝ່າຍ HR ກໍຄື ຜູ້ທີ່ຈັດສັນ ແລະ ພັດທະນາຄົນໃນອົງກອນ ເພື່ອສະໜັບສະໜູນການເຮັດວຽກຂອງພະແນກອື່ນໆ, ເປັນວຽກທີ່ຕ້ອງເປັນຜູ້ປະສານງານລະຫວ່າງອົງກອນ ແລະ ພະນັກງານ ເພື່ອໃຫ້ອົງກອນສາມາດດຳເນີນການໄດ້ໄວ ແລະ ດີຂຶ້ນ.
ການເຮັດວຽກ
ລັກສະນະວຽກ
-
ການເຮັດວຽກຂອງຝ່າຍບຸກຄະລາກອນສ່ວນໃຫຍ່ແມ່ນມີລັກສະນະການເຮັດວຽກດັ່ງນີ້:
-
ເປັນວຽກທີ່ກ່ຽວກັບເອກະສານ
-
ເປັນວຽກທີ່ກ່ຽວກັບບຸກຄະລາກອນ (ຄົນ) ເຊັ່ນ: ການບໍລິຫານຄົນ, ການຊອກຫາຄົນ ແລະ ເຝິກອົບຮົມ
-
ເປັນວຽກທີ່ກ່ຽວກັບການປະເມີນຜົນງານຂອງບຸກຄົນ ແລະ ອົງກອນ
ໜ້າທີ່ຮັບຜິດຊອບ
-
ວາງແຜນການບໍລິຫານຈັດການກຳລັງຄົນທີ່ຈະໃຊ້ໃນແຕ່ລະໜ້າວຽກ
-
ຄັດເລືອກບຸກຄະລາກອນເຂົ້າໃນແຕ່ລະໜ້າວຽກ ເຊິ່ງຈະຕ້ອງມີຄວາມສາມາດທີ່ເໝາະສົມກັບໜ້າວຽກນັ້ນ
-
ພັດທະນາບຸກຄະລາກອນ ໂດຍການຈັດປະຖົມນິເທດ, ເຝິກອົບຮົມ, ຈັດກິດຈະກຳ ແລະ ໃຫ້ການຊ່ວຍເຫຼືອພະນັກງານໃໝ່
-
ເບິ່ງແຍງລະບຽບ ແລະ ຄວາມສຳພັນພາຍໃນອົງກອນ
-
ເບິ່ງແຍງສະຫວັດດີການ ແລະ ຜົນປະໂຫຍດຕາມສິດທິຂອງພະນັກງານແຕ່ລະຄົນ
-
ປະເມີນຜົນງານຂອງພະນັກງານແຕ່ລະພະແນກ, ລວບລວມ ແລະ ວິເຄາະ ເພື່ອສະເໜີຜູ້ບໍລິຫານ ເພື່ອຜົນຕອບແທນປະຈຳປີຕາມຄຸນນະພາບຂອງວຽກ
-
ຈັດເກັບຂໍ້ມູນພະນັກງານ ແລະ ເອກະສານຕ່າງໆ ເຊັ່ນ: ວີຊ່າ ຖ້າເປັນພະນັກງານທີ່ມາແຕ່ຕ່າງປະເທດ, ການອະນຸມັດການລາພັກ, ປະກັນໄພຕ່າງໆ
ສະຖານທີ່ເຮັດວຽກ
-
ບໍລິສັດຕ່າງໆ
-
ອົງການຕ່າງໆ ເຊັ່ນ: ອົງການຈັດຕັ້ງສາກົນທີ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງສາກົນຕ່າງໆ
-
ກະຊວງຕ່າງໆ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ຜູ້ບໍລິຫານ ຫຼື ເຈົ້າຂອງບໍລິສັດ
-
ທີມຝ່າຍບຸກຄະລາກອນ
-
ພະນັກງານທຸກຝ່າຍໃນອົງກອນ
-
ຜູ້ທີ່ມາສະໝັກວຽກໃໝ່ ຫຼື ພະນັກງານໃໝ່
ທາງເລືອກອາຊີບ
-
ຝ່າຍບຸກຄະລາກອນມີຢູ່ 2 ທາງເລືອກຄື: ຝ່າຍບຸກຄະລາກອນເຮັດວຽກທົ່ວໄປ (Generalist) ແລະ ເຈາະຈົງ (Specialist) ໂດຍມີຫຼາຍໆຕໍາແໜ່ງທີ່ແຕກຕ່າງກັນໄປ ເຊິ່ງຂຶ້ນກັບຄວາມສາມາດ ແລະ ຄວາມສົນໃຈຂອງຝ່າຍບຸກຄະລາກອນເອງ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
ການເຕີບໂຕຂອງອາຊີບນີ້ ມັກຈະກ່ຽວຂ້ອງກັບປະສົບການ ແລະ ຜົນງານ ກໍຄືສາມາດເຮັດໜ້າທີ່ໄດ້ດີ, ສາມາດເຂົ້າເຖິງແກ່ນແທ້ຂອງອົງກອນ, ເຂົ້າໃຈກົດລະບຽບ ແລະ ນະໂຍບາຍຕ່າງໆຂອງບໍລິສັດ ແມ່ນຈະມີໂອກາດກ້າວໜ້າ ແລະ ສາມາດເລື່ອນຕຳແໜ່ງໄດ້ ເຊັ່ນ:
-
ຜູ້ຊ່ວຍຜູ້ຈັດການດ້ານຝ່າຍບຸກຄະລາກອນ
-
ຜູ້ຈັດການດ້ານຝ່າຍບຸກຄະລາກອນ
-
ຜູ້ອໍານວຍການດ້ານຝ່າຍບຸກຄະລາກອນ
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ຝ່າຍບຸກຄະລາກອນ ແມ່ນທຸກໆບໍລິສັດ, ທຸກໆອົງກອນແມ່ນມີຄວາມຕ້ອງການ ເພາະວ່າທຸກໆອົງກອນລ້ວນແລ້ວແຕ່ມີຊັບພະຍາກອນມະນຸດທີ່ຕ້ອງການພັດທະນາປັບປຸງຄວາມຮູ້ ແລະ ທຸກອົງກອນກໍຕ້ອງການມີຜູ້ທີ່ອໍານວຍຄວາມສະດວກໃນການເລືອກຄົນ, ເຝິກອົບຮົມພະນັກງານໃຫ້ກາຍເປັນຄົນທີ່ມີຄວາມຮູ້, ຄວາມສາມາດ ແລະ ຫາເພື່ອນຮ່ວມງານທີ່ມີທັກສະມາເຮັດວຽກກັບຕົນເອງ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ອາຊີບນີ້ເປັນອາຊີບທີ່ໄດ້ຮຽນຮູ້ສິ່ງໃໝ່ຢູ່ເລື້ອຍໆ
-
ອາຊີບນີ້ເປີດໂອກາດໃຫ້ເຮົາໄດ້ເຮັດວຽກກັບຫຼາຍພາກສ່ວນ, ເປັນການເປີດກວ້າງດ້ານແນວຄິດ ແລະ ໄດ້ຮູ້ຈັກຫຼາຍຄົນຂຶ້ນ (ມີເຄືອຂ່າຍທາງສັງຄົມເພີ່ມຂຶ້ນ)
-
ວຽກຂອງ HR ເປັນວຽກທີ່ຕ້ອງໄດ້ປັບຕົວຢູ່ເລື້ອຍໆ ເພື່ອໃຫ້ເຂົ້າກັບສະຖານະການ
ຂໍ້ເສຍ
-
ເປັນວຽກທີ່ຕ້ອງໄດ້ໃຊ້ຄວາມອົດທົນສູງ ເພາະເຮັດວຽກກັບຄົນ. ດັ່ງນັ້ນ, HR ຈະຕ້ອງໄດ້ພົບກັບຄົນຫຼາກຫຼາຍປະເພດ
-
ເປັນວຽກທີ່ຕ້ອງການຄວາມລະອຽດສູງ ເຮັດໃຫ້ການເຮັດວຽກບາງຄັ້ງມີຄວາມກົດດັນ ແລະ ມີຄວາມຄຽດສູງ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມລະອຽດຮອບຄອບ
-
ມີມະນຸດສຳພັນດີ, ມັກພົບປະຜູ້ຄົນ
-
ມີຄວາມຮັບຜິດຊອບສູງ ແລະ ສາມາດເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ
-
ກ້າຕັດສິນໃຈ ແລະ ແກ້ໄຂສະຖານະການສະເພາະໜ້າໄດ້ດີ
-
ເກັບຄວາມລັບ ແລະ ສົ່ງເສີມວັດທະນະທໍາຂອງອົງກອນ
ທັກສະທີ່ເໝາະສົມກັບອາຊີບ
-
ທັກສະໃນການສື່ສານ ເຊັ່ນ: ການຟັງ ແລະ ການເວົ້າ
-
ທັກສະດ້ານມະນຸດສຳພັນ ເຊັ່ນ: ໄດ້ພົບປະຜູ້ຄົນຫຼາກຫຼາຍປະເພດທີ່ມີຄວາມຄິດທີ່ແຕກຕ່າງພາຍໃນອົງກອນ
-
ທັກສະໃນການບໍລິຫານຄົນ ແລະ ເວລາ
-
ທັກສະການເປັນຜູ້ນຳ
ຄຸນຄ່າຂອງອາຊີບ
ເພາະທຸກຄົນມີຄວາມສາມາດທີ່ແຕກຕ່າງກັນ, ການເຫັນຄຸນຄ່າ ແລະ ຄວາມສາມາດໃນຕົວບຸກຄະລາກອນແຕ່ລະຄົນ ເປັນສິ່ງສຳຄັນຂອງຝ່າຍ HR ເພື່ອທີ່ຈະໃຫ້ພວກເຂົາໄດ້ໃຊ້ປະໂຫຍດໃຫ້ຫຼາຍທີ່ສຸດໃນການຂັບເຄື່ອນອົງກອນໃຫ້ກ້າວໄປຂ້າງໜ້າ ແລະ ສົ່ງເສີມ ຫຼື ໃຫ້ຄຸນຄ່າກັບພວກເຂົາ ຕະຫຼອດຈົນຄວາມສາມາດເພີ່ມຂຶ້ນເລື້ອຍໆ.
ຊ່ອງທາງການສຶກສາເພີ່ມເຕີມ
ທ່ານສາມາດຫາຄວາມຮູ້ເພີ່ມເຕີມໄດ້ຜ່ານ Youtube, Google, Internet... ເພື່ອເປັນຜູ້ບໍລິຫານບຸກຄະລາກອນທີ່ດີ, ອາດເປັນການດີຫາກໄດ້ຈົບການສຶກສາລະດັບມັດທະຍົມປາຍ ແລ້ວສຶກສາຕໍ່ໃນສາຂາທີ່ກ່ຽວຂ້ອງກັບການບໍລິຫານຊັບພະຍາກອນມະນຸດ.
ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:
-
ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດລາວ
-
ຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດລາວ
ອາຊີບທີ່ໃກ້ຄຽງ
-
ເລຂານຸການ
-
Admin
-
ນັກການຕະຫຼາດ
-
ນັກຈິດຕະວິທະຍາ
-
ຝ່າຍບໍລິຫານ
ຄໍາແນະນໍາການພັດທະນາຕົນເອງ
-
ເຝິກຝົນດ້ານທັກສະພາສາ
-
ການເຂົ້າສັງຄົມ, ມະນຸດສໍາພັນດີ
-
ເຂົ້າຮ່ວມກິດຈະກໍາທີ່ກ່ຽວຂ້ອງກັບການມີພາວະຄວາມເປັນຜູ້ນໍາ
-
ຮຽນຮູ້ໃນການບໍລິຫານຈັດການເວລາຂອງຕົນເອງ
ຊ່ວງເວລາໃນການເຮັດວຽກ
-
ໂດຍທົ່ວໄປແມ່ນ 8:00 - 17:00 ໂມງ




