top of page

ຄູປະຫວັດສາດ

ນິຍາມ ແລະ ຄວາມສຳຄັນ

ຄູ ແມ່ນບຸກຄົນທີ່ປະຕິບັດໜ້າທີ່ສິດສອນຖ່າຍທອດຄວາມຮູ້ໃຫ້ຜູ້ຮຽນດ້ວຍວິທີການສິດສອນໃນຮູບແບບຕ່າງໆ, ຊ່ວຍໃຫ້ນັກຮຽນ-ນັກສຶກສາມີຄວາມເໝາະສົມຕາມເງື່ອນໄຂຂອງອາຊີບ, ມີລະດັບວິຊາສະເພາະ ແລະ ວຸດທິການສຶກສາທີ່ຖືກຕາມເງື່ອນໄຂ, ມາດຕະຖານຫຼັກສູດ ແລະ ມາດຕະຖານອາຊີບຂອງສະຖາບັນນັັນກໍານົດ ແລະ ຄູຍັງມີບົດບາດສໍາຄັນທີ່ສຸດໃນການສ້າງຊັບພະກອນມະນຸດທີ່ມີປະສິດທິພາບ ເຊິ່ງສາຂາຄູປະຫວັດສາດກໍເປັນສາຂາໜຶ່ງທີ່ຊ່ວຍສ້າງນັກຮຽນ-ນັກສຶກສາໃຫ້ມີຄວາມຮູ້, ຄວາມສາມາດໃນການສິດສອນນັກຮຽນ-ນັກສຶກສາຮຸ່ນຕໍ່ໆໄປ ກ່ຽວກັບຄວາມເປັນມາ ແລະ ປະຫວັດສາດຕ່າງໆ.

4.png
  • ຮຽນກ່ຽວກັບການເປັນຄູໃນສາຂາວິຊາສະເພາະ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ຄວາມຮູ້ພື້ນຖານວິຊາ ປະຫວັດສາດ

  • ສົນໃຈເລື່ອງລາວຕ່າງໆໃນອະດີດ

  • ມັກ-ຮັກການສຶກສາຄົ້ນຄວ້າ ແລະ ສິດສອນ

  • ມີຄວາມຈື່ຈໍາທີ່ດີ

ຮຽນແລ້ວໄດ້ຫຍັງ?

  • ສາມາດອະທິບາຍທິດສະດີ, ຫຼັກການ ແລະ ວິທີການສອນປະຫວັດສາດໄດ້

  • ສາມາດສັງລວມທິດສະດີ, ຫຼັກການໃນການປະຕິບັດຕົວຈິງກ່ຽວກັບປະຫວັດສາດ ແລະ ເຫດການສໍາຄັນຕ່າງໆໃນລາວ ແລະ ສາກົນ

  • ສາມາດດໍາເນີນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ຂ້ໍມູນຂ່າວສານ ແລະ ການຮຽນຮູ້ຕະຫຼອດຊີວິດ

  • ສາມາດສະແດງຄວາມຄິດເຫັນຢ່າງມີວິຈາລະນະຍານ ແລະ ແກ້ໄຂບັນຫາໃນວຽກງານຕົວຈິງ, ສາມາດປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບ ແລະ ມີຈັນຍາບັນ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ຄູ-ອາຈານສອນ

  • ນັກພັດທະນາການສຶກສາ

  • ນັກວິຊາການດ້ານປະຫວັດສາດ

  • ນັກຄົ້ນຄວ້າວິທະຍາສາດ

  • ຜູ້ປະກອບການທາງດ້ານການສຶກສາ

  • ນັກບັນຍາຍຢູ່ຫໍພິພິຕະພັນ ແລະ ສະຖານທີ່ອື່ນໆທີ່ກ່ຽວຂ້ອງກັບປະຫວັດສາດ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ສຶກສາສາດ

- ພາກວິຊາ ຄູວິທະຍາສາດສັງຄົມ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page