ການຄຸ້ມຄອງໄພພິບັດ
ນິຍາມ ແລະ ຄວາມສຳຄັນ
ແມ່ນການສ້າງໃຫ້ບຸກຄະລາກອນມີຄວາມຮູ້, ຄວາມສາມາດໃນດ້ານການຄຸ້ມຄອງໄພພິບັດ ເຮັດໃຫ້ບຸກຄົນເກີດມີຈິດສຳນຶກ, ມີຄຸນສົມບັດ, ມີຈະລິຍະທຳໃນການຮ່ວມໃຈກັນ ເພື່ອປ້ອງກັນ ແລະ ຮັກສາສິ່ງແວດລ້ອມ. ເຊິ່ງມີຄວາມສຳຄັນໃນການຊ່ວຍອະນຸຮັກສິ່ງແວດລ້ອມໃຫ້ມີຄວາມອຸດົມສົມບູນ ແລະ ໃຫ້ເກີດໄພພິບັດໜ້ອຍທີ່ສຸດ.

-
ສະພາບແວດລ້ອມທີ່ເກີດຂຶ້ນໃນປັດຈຸບັນ
-
ການບໍລິຫານຈັດການ
-
ການຕ້ານທານ ແລະ ການຮັບມືກັບໄພພິບັດທາງທຳມະຊາດ ເປັນຕົ້ນ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ການວາງແຜນຄຸ້ມຄອງ, ແກ້ໄຂບັນຫາ
-
ການບັນເທົາທຸກເບື້ອງຕົ້ນ
-
ໃຫ້ຄຳປຶກສາ, ຖ່າຍທອດຄວາມຮູ້
-
ການຄົ້ນຄວ້າວິໄຈ
-
ການນຳສະເໜີ, ການສື່ສານ
-
ການນຳໃຊ້ເທັກໂນໂລຊີ
ຮຽນແລ້ວໄດ້ຫຍັງ?
-
ໄດ້ຄວາມຮູ້ກ່ຽວກັບທິດສະດີ
-
ໄດ້ຮູ້ກ່ຽວກັບການວາງແຜນຄຸ້ມຄອງ
-
ໄດ້ຮູ້ແນວທາງ, ວິທີການແກ້ໄຂບັນຫາ ເມື່ອໄພພິບັດເກີດຂຶ້ນ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ນັກວິຊາການ
-
ນັກວິໄຈ
-
ນັກອອກແບບ-ວາງແຜນຮັບມື
-
ນັກປະເມີນຜົນກະທົບທາງສິ່ງແວດລ້ອມ
-
ນັກວິທະຍາກອນ
-
ພະນັກງານໃນພະແນກຄຸ້ມຄອງໄພພິບັດ
ສາມາດຮຽນໄດ້ຢູ່ໃສ?
-
ມະຫາວິທະຍາໄລແຫ່ງຊາດ
- ຄະນະ ຊັບພະຍາກອນນ້ຳ
- ພາກວິຊາ ອຸຕຸນິຍົມ ແລະ ອຸທົກກະສາດ
- ຮຽນ 4 ປີ ແລະ ເຕັມເວລາ





