top of page

ວິທະຍາສາດສິ່ງແວດລ້ອມ 

ນິຍາມ ແລະ ຄວາມສຳຄັນ

ແມ່ນສາຂາທີ່ເນັ້ນໜັກໃນການວິເຄາະ, ວິໄຈດ້ານຄຸນນະພາບຂອງສິ່ງແວດລ້ອມ ເຊັ່ນ: ນ້ຳ, ສຽງ, ອາກາດ, ດິນ ແລະ ຍັງໄດ້ມີການຕິດຕາມກວດກາດ້ານສິ່ງແວດລ້ອມ ເຊິ່ງມີຄວາມສຳຄັນໃນການຊ່ວຍໃຫ້ຄົນໃນສັງຄົມຫັນມາໃຫ້ຄວາມສົນໃຈໃນການປ່ຽນແປງດ້ານສິ່ງແວດລ້ອມ ແລະ ສິ່ງເສດເຫຼືອ ທີ່ຈະສົ່ງຜົນກະທົບໃນດ້ານຕ່າງໆຕໍ່ສິ່ງແວດລ້ອມ.

4.png
  • ການວິເຄາະ, ປະເມີນທາງວິທະຍາສາດສິ່ງແວດລ້ອມ ເຊັ່ນ: ແຫຼ່ງທີ່ມາ, ຜົນກະທົບ ແລະ ບັນຫາຂອງສິ່ງແວດລ້ອມ ເປັນຕົ້ນ

  • ທິດສະດີ, ຫຼັກການທາງວິທະຍາສາດສິ່ງແວດລ້ອມເຂົ້າໃນການປ້ອງກັນ, ຫຼຸດຜ່ອນ ແລະ ແກ້ໄຂບັນຫາສິ່ງແວດລ້ອມ

ຮຽນກ່ຽວກັບຫຍັງ?

ທັກສະ ແລະ ຄວາມສົນໃຈ

  • ຄະນິດສາດ, ຊີວະສາດ, ເຄມີສາດ, ຟີຊິກສາດ ເປັນຕົ້ນ

  • ໄຫວພິບ ແລະ ການແກ້ໄຂບັນຫາ

  • ມີຄວາມສົນໃຈໃນດ້ານສິ່ງແວດລ້ອມ

  • ການວາງແຜນ, ວິເຄາະ ແລະ ການປະເມີນ

ຮຽນແລ້ວໄດ້ຫຍັງ?

  • ຄວາມຮູ້ກ່ຽວກັບສິ່ງແວດລ້ອມ, ການນຳໃຊ້ຫ້ອງປະຕິບັດການເຄມີ

  • ສາມາດຈຳແນກທິດສະດີ ແລະ ຫຼັກການທາງດ້ານສິ່ງແວດລ້ອມ ເພື່ອໝູນໃຊ້ເຂົ້າໃນການວິເຄາະບັນຫາດ້ານສິ່ງແວດລ້ອມໃຫ້ໄດ້ມາດຕະຖານ

  • ສາມາດສັງລວມຄວາມຮູ້ດ້ານວິທະຍາສາດ, ການວິເຄາະ ແລະ ການສະຫຼຸບຜົນທີ່ເປັນປະເດັນ, ບັນຫາ ແລະ ຜົນກະທົບດ້ານສິ່ງແວດລ້ອມຢ່າງເປັນລະບົບ ແລະ ຖືກຕ້ອງ

ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?

  • ນັກວິຊາການສິ່ງແວດລ້ອມ

  • ທີ່ປຶກສາດ້ານສິ່ງແວດລ້ອມ

  • ນັກວິເຄາະ, ວິໄຈຄຸນນະພາບສິ່ງແວດລ້ອມ

  • ພະນັກງານລັດໃນສະຖາບັນການສຶກສາລະດັບຕ່າງໆ

  • ຜູ້ດຳເນີນການບໍລິການດ້ານຫ້ອງທົດລອງ

  • ຜູ້ຄວບຄຸມ, ຈັດການສິ່ງແວດລ້ອມໃນໂຮງງານຕ່າງໆ

ສາມາດຮຽນໄດ້ຢູ່ໃສ?

  • ມະຫາວິທະຍາໄລແຫ່ງຊາດ

- ຄະນະ ວິທະຍາສາດສິ່ງແວດລ້ອມ

- ພາກວິຊາ ວິທະຍາສາດສິ່ງແວດລ້ອມ

- ຮຽນ 4 ປີ ແລະ ຮຽນເຕັມເວລາ

5.png

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page