ການບັນຊີ
ນິຍາມ ແລະ ຄວາມສຳຄັນ
ແມ່ນສາຂາທີ່ມຸ່ງເນັ້ນສ້າງບຸກຄະລາກອນໃຫ້ມີຄວາມຮູ້ຮອບດ້ານດ້ານການບັນຊີ, ຝຶກຝົນໃຫ້ນັກສຶກສາມີຄວາມຮູ້, ຄວາມສາມາດທາງດ້ານທິດສະດີ ແລະ ການປະຕິບັດ ໃຫ້ເປັນນັກບັນຊີທີ່ມີຄຸນນະພາບ ເພື່ອນຳໄປສູ່ການເປັນນັກວິຊາຊີບທີ່ໝັ້ນຄົງ, ກ້າວໜ້າ ແລະ ມີຈັນຍາບັນ.

-
ຄວາມຮູ້ພື້ນຖານດ້ານການບັນຊີ ແລະ ລົງບັນຊີ
-
ວິເຄາະ ແລະ ສ້າງເອກະສານລາຍງານການເງິນ
-
ຄິດໄລ່ໃບດຸນດ່ຽງທາງລາຍຮັບ-ລາຍຈ່າຍຂອງອົງກອນໃດໜຶ່ງ ແລະ ຄິດໄລ່ເງິນເດືອນ ເປັນຕົ້ນ
ຮຽນກ່ຽວກັບຫຍັງ?
ທັກສະ ແລະ ຄວາມສົນໃຈ
-
ຄະນິດສາດ ຫຼື ການຄິດໄລ່
-
ການນຳໃຊ້ຄອມພິວເຕີ
-
ມັກ-ຮັກໃນດ້ານການບໍລິການ
-
ທັກສະການຄິດ, ວິເຄາະ
-
ການນຳສະເໜີ, ການສື່ສານ
-
ທັກສະການອ່ານ, ກນຈື່ຈຳ
ຮຽນແລ້ວໄດ້ຫຍັງ?
-
ຮູ້ນໍາໃຊ້ທິດສະດີ, ວິເຄາະ ແລະ ກວດສອບຂໍ້ມູນທາງການເງິນ
-
ສາມາດສ້າງ ແລະ ລາຍງານເອກະສານທາງການເງິນໄດ້
-
ໄດ້ຮູ້ເລິກທາງດ້ານເນື້ອໃນ, ວຽກງານການບັນຊີ ແລະ ກົດໝາຍໃນຂົງເຂດເສດຖະກິດ
ຈົບແລ້ວປະກອບອາຊີບຫຍັງໄດ້ແດ່?
-
ນັກບັນຊີ
-
ຜູ້ຊ່ວຍນັກບັນຊີ
-
ຄູ-ອາຈານສອນ
-
ທີ່ປຶກສາທາງບັນຊີ
-
ນັກວິເຄາະຂໍ້ມູນຂ່າວສານທາງການເງິນ
-
ຜູ້ຊ່ຽວຊານດ້ານພາສີ
-
ຜູ້ກວດສອບບັນຊີ
ສາມາດຮຽນໄດ້ຢູ່ໃສ?
-
ມະຫາວິທະຍາໄລແຫ່ງຊາດ
- ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ
- ພາກວິຊາ ການບັນຊີ, ພາກວິຊາ ບໍລິຫານທຸລະກິດ
-
ວິທະຍາໄລປາກປ່າສັກ
- ພາກວິຊາບໍລິຫານທຸລະກິດ
- ປະກອບມີ: ຫຼັກສູດຊັ້ນກາງ (9+3), ຫຼັກສູດຊັ້ນກາງ (12+2), ຫຼັກສູດຊັ້ນສູງ (9+3+2) ແລະ ຫຼັກສູດຊັ້ນສູງ (12+2+1)





