ນັກອອກແບບເສື້ອຜ້າ
ນິຍາມອາຊີບ
ນັກອອກແບບເສື້ອຜ້າ ແມ່ນຜູ້ສ້າງສັນຜົນງານຜ່ານການອອກແບບ ແລະ ຜະລິດເສື້ອຜ້າຕ່າງໆ ເພື່ອໃຫ້ເຂົ້າກັບຍຸກສະໄໝ, ມີຄວາມໂດດເດັ່ນ ແລະ ແປກໃໝ່. ນອກຈາກເສື້ອຜ້າແລ້ວ, ບາງຄົນກໍຍັງອອກແບບເຄື່ອງປະດັບອີກດ້ວຍ ເພື່ອຕອບສະໜອງຕາມລົດສະນິຍົມຂອງຄົນໃນສັງຄົມ.
ການເຮັດວຽກ
ລັກສະນະວຽກ
ລັກສະນະການເຮັດວຽກຂອງນັກອອກແບບເສື້ອຜ້າ ແມ່ນຈະນໍາໃຊ້ຄວາມຄິດສ້າງສັນເປັນສ່ວນໃຫຍ່ ແລະ ຕ້ອງໄດ້ຄິດວິເຄາະ ພ້ອມທັງສຶກສາວັດຖຸທີ່ຈະນໍາມາອອກແບບ ເພື່ອເຮັດລາຍຜ້າ ແລະ ຕັດຫຍິບ. ນັກອອກແບບເສື້ອຜ້າຂອງແຕ່ລະຮ້ານຈະແຕກຕ່າງກັນໄປດັ່ງນີ້:
-
ບາງຮ້ານ ຜູ້ອອກແບບເສື້ອຜ້າຈະຕ້ອງໄດ້ອອກແບບ, ຕັດ ແລະ ຫຍິບເສື້ອຜ້າພ້ອມ
-
ສໍາລັບຮ້ານໃຫຍ່ ແມ່ນຈະມີໜ້າທີ່ອອກແບບ ແລະ ແນະນໍາຜູ້ຫຍິບ, ຜູ້ຕັດ
ນັກອອກແບບເສື້ອຜ້າແຕ່ລະຄົນ ຈະມີລັກສະນະເສື້ອຜ້າທີ່ມັກແຕກຕ່າງກັນໄປ. ດັ່ງນັ້ນ, ນັກອອກແບບແຕ່ລະຄົນຈະມີລັກສະນະເສື້ອຜ້າທີ່ຕ່າງກັນ ເຊັ່ນ: ບາງຄົນມັກເສື້ອຜ້າທີ່ເປັນຊຸດຣາຕີ, ນັກອອກແບບບາງຄົນມັກ ແລະ ອອກແບບກ່ຽວກັບຊຸດແຟຊັ່ນ ແລະ ອື່ນໆ.
ໜ້າທີ່ຮັບຜິດຊອບ
-
ຊອກຫາແຮງບັນດານໃຈ ແລະ ອອກແບບເສື້ອຜ້າຕ່າງໆ ເພື່ອໃຫ້ເປັນຜົນງານທີ່ແປກໃໝ່, ບໍ່ຊ້ຳໃຜ ແລະ ເປັນມິດກັບສິ່ງແວດລ້ອມ
-
ສ້າງແບບ, ຕັດ ແລະ ຫຍິບເສື້ອຜ້າຕາມແບບຂອງຕົນເອງ
-
ຖ້າສອນຢູ່ໂຮງຮຽນທີ່ກ່ຽວກັບການອອກແບບເສື້ອຜ້າ ກໍມີໜ້າທີ່ສອນ ແລະ ແນະແນວນັກຮຽນ
-
ນັກອອກແບບບາງຄົນກໍຖ່າຍແບບໂຄສະນາເສື້ອຜ້າທີ່ຕົນອອກແບບເອງ
ສະຖານທີ່ເຮັດວຽກ
-
ເປີດຮ້ານເສື້ອຜ້າເປັນຂອງຕົນເອງ
-
ອອກແບບໃຫ້ກັບແບຣນເສື້ອອື່ນໆ
-
ເຮັດວຽກຢູ່ຮ້ານເສື້ອຜ້າທີ່ສັ່ງຕັດແບບພິເສດ
-
ຮັບງານອອກແບບອິດສະຫຼະ
-
ໂຮງຮຽນສອນອອກແບບເສື້ອຜ້າ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ຄົນຕັດ ແລະ ຄົນຫຍິບ (ຖ້າກໍລະນີແມ່ນຜູ້ອອກແບບ ຈະບໍ່ໄດ້ຕັດ ແລະ ຫຍິບເອງ)
-
ຄົນເກັບລາຍລະອຽດເສື້ອ ເຊັ່ນ: ຫຍິບກະດຸມ, ສອຍເສື້ອ, ລີດເສື້ອ,...
-
ລູກຄ້າ
-
ຝ່າຍບໍລິຫານ ຫຼື ຝ່າຍອື່ນໆ (ໃນກໍລະນີທີ່ເຮັດວຽກຢູ່ຮ້ານ)
-
ອາຈານສອນຄົນອື່ນໆ (ຖ້າເປັນອາຈານສອນໃນໂຮງຮຽນ)
ທາງເລືອກອາຊີບ
-
ນັກອອກແບບເສື້ອຜ້າ ສາມາດເຮັດເປັນອາຊີບທີ່ໝັ້ນຄົງໄດ້ ເພາະສ່ວນຫຼາຍນັກອອກແບບເສື້ອຜ້າຈະມີຮ້ານ ຫຼື ໃຊ້ເຮືອນທີ່ຕົນເອງຢູ່ ແລະ ຄິດວ່າເໝາະສົມທີ່ຈະສ້າງຫ້ອງເສື້ອຜ້າ ຫຼື ເປັນຮ້ານຮັບອອກແບບ-ຕັດເສື້ອຜ້າ ເພາະວ່າອາຊີບນັກອອກແບບເສື້ອຜ້າສ່ວນໃຫຍ່ແມ່ນເປັນອາຊີບອິດສະຫຼະ. ນອກນີ້, ຖ້າຫາກວ່າຜູ້ໃດທີ່ມີອາຊີບຫຼັກຢູ່ແລ້ວ ແຕ່ມີຄວາມມັກ-ຮັກດ້ານເສື້ອຜ້າ ກໍສາມາດເຮັດເປັນອາຊີບເສີມ ເພື່ອຫາລາຍໄດ້ບາງສ່ວນ.
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ນັກອອກແບບສາມາດເຮັດວຽກຢູ່ຮ້ານເສື້ອຜ້າ ເພື່ອເກັບກ່ຽວປະສົບການ ເຮັດໃຫ້ພໍມີທຶນສາມາດເປີດທຸລະກິດເປັນຂອງຕົນເອງໄດ້ ເຊັ່ນ: ເປີດເປັນຫ້ອງເສື້ອຜ້າທີ່ເປັນແບຣນຂອງຕົນເອງ ຫຼື ເປັນຮ້ານຮັບອອກແບບ-ຕັດຫຍິບເສື້ອຜ້າໃຫ້ລູກຄ້າໄປງານຕ່າງໆ ເປັນຕົ້ນແມ່ນງານແຕ່ງ, ງານລ້ຽງ,…
-
ເປີດໂຮງຮຽນສອນອອກແບບ
ເງິນເດືອນພື້ນຖານ
(ບໍ່ມີຂໍ້ມູນ)
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ການອອກແບບເສື ້ອຜ້າໃນຍຸກນີ້ເປັນທີ່ນິຍົມຫຼາຍ ເພາະປັດຈຸບັນຜູ້ຄົນມັກຮັກໃນການແຕ່ງໂຕ ແລະ ມັກປ່ຽນວິທີການແຕ່ງໂຕໃຫ້ທັນຕາມຍຸກສະໄໝ ຈຶ່ງເຮັດໃຫ້ເກີດການແຂ່ງຂັນທາງດ້ານການອອກແບບເສື້ອ ເພາະເສື້ອທີ່ຈະອອກສູ່ສາຍຕາຂອງສັງຄົມຕ້ອງເປັນເສື້ອຜ້າທີ່ບໍ່ຊ້ຳ ແລະ ຕ້ອງຕອບໂຈດກັບຄວາມຕ້ອງການຂອງຄົນໃນສັງຄົມ. ນອກນີ້, ວຽກຂອງການອອກແບບຍັງເປັນວຽກທີ່ລະອຽດອ່ອນ ເພາະເປັນຊັບສິນທາງປັນຍາ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ໄດ້ຮັບແນວຄິດ, ໄອເດຍໃໝ່ເລື້ອຍໆ ໂດຍສະເພາະແມ່ນກ່ຽວກັບເສື້ອຜ້າ
-
ໄດ້ຮູ້ຈັກວິທີການແຕ່ງໂຕຂອງຕົນເອງ
-
ມີລາຍໄດ້ສູງ
-
ມີໂອກາດເປັນທີ່ຮູ້ຈັກ ແລະ ມີຊື່ສຽງໃນສັງຄົມ
ຂໍ້ເສຍ
-
ເກີດການກ່າຍ ຫຼື ລັກເອົາຄວາມຄິດໄດ້ງ່າຍ
-
ໃຊ້ເວລາຫຼາຍໃນການຄິດ ແລະ ຈິນຕະນາການ ບາງຄັ້ງແຮງບັນດານໃຈໃນການອອກແບບເສື້ອຜ້າບໍ່ມີ ເຮັດໃຫ້ຕ້ອງອອກໄປຫາແນວຄິດໃໝ່ເລື້ອຍໆ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມມັກ-ຮັກດ້ານເສື້ອຜ້າ
-
ເປັນຄົນທີ່ມັກ-ຮັກກ່ຽວກັບການແຕ່ງຕົວ
-
ມີລົດສະນິຍົມເປັນຂອງຕົນເອງ
-
ມີຈັນຍາບັນໃນການອອກແບບ ໂດຍສະເພາະແມ່ນລິຂະສິດ ແລະ ຊັບສິນທາງປັນຍາ
ທັກສະທີ່ເໝາະສົມກັບອາຊີບ
-
ຄວາມຄິດສ້າງສັນ
-
ການສັງເກດ ແລະ ການສ້າງແຮງບັນດານໃຈໃນການສ້າງຜົນງານໜຶ່ງໆ
-
ຄວາມຮູ້ສະເພາະທາງໃນດ້ານການອອກແບບ, ຕັດ, ຫຍິບ
-
ຄວາມຮູ້ກ່ຽວກັບຈຸດພິເສດຂອງເນື້ອຜ້າແຕ່ລະແບບ
-
ທັກສະດ້ານພາສາຕ່າງປະເທດ ໂດຍສະເພາະແມ່ນພາສາອັງກິດ ຈະຊ່ວຍໃຫ້ເຮົາເຮັດວຽກກັບຄົນຕ່າງປະເທດໄດ້ ແລະ ຊ່ວຍໃຫ້ມີເຄືອຂ່າຍທາງສັງຄົມກວ້າງຂຶ້ນ
ຄຸນຄ່າຂອງອາຊີບ
ເສື້ອຜ້າເປັນສິ່ງທີ່ຄົນໃນສັງຄົມຂາດບໍ່ໄດ້ ຍິ່ງໃນປັດຈຸບັນ, ເສື້ອຜ້າໄດ້ກາຍເປັນປັດໄຈທີ່ສໍາຄັນຂອງຄົນໃນການສ້າງບຸກຄະລິກກະພາບໃຫ້ມີຄວາມໝັ້ນໃຈ ແລະ ເຮັດໃຫ້ຄົນໃດຄົນໜຶ່ງມີສະເໜ່. ໃນເວລາທີ່ມີໂອກາດສໍາຄັນ ສິ່ງທີ່ຂາດບໍ່ໄດ້ກໍແມ່ນເສື້ອຜ້າທີ່ເຂົ້າກັບງານ ຫຼື ເໝາະສົມກັບງານ. ນັກອອກແບບຈຶ່ງເປັນຜູ້ທີ່ອອກແບບເສື້ອຜ້າໃຫ້ເຂົ້າກັບແຕ່ລະໄລຍະ ເພື່ອໃຫ້ທັນກັບກ ານວິວັດຂອງສັງຄົມ.
ຊ່ອງທາງການສຶກສາເພີ່ມເຕີມ
-
ສູນເຕັກນິກວິຊາຊີບປາກປ່າສັກ
-
VTFA ສະຖາບັນສອນອອກແບບ ແລະ ຕັດຫຍິບວຽງຈັນ
-
Msn ສະຖາບັນສອນຕັດຫຍິບ ແລະ ອອກແບບມີສະເໜ່
ອາຊີບທີ່ໃກ້ຄຽງ
-
ນັກອອກແບບເຄື່ອງປະດັບ
-
ນັກອອກແບບກຣາຟຟິກ
-
ນາງແບບ
ຄໍາແນະນໍາການພັດທະນາຕົນເອງ
-
ຮຽນຮູ້ຄຳສັບສະເພາະທາງ ເພື່ອສື່ສານກັບຊ່າງຕັດຫຍິບ
-
ສຶກສາກ່ຽວກັບການອອກແບບຂອງຕ່າງປະເທດ ໂດຍສະເພາະແມ່ນຫາຄວາມມັກ-ຮັກໃຫ້ເຫັນວ່າຕົນເອງມີຄວາມສົນໃຈໃນການອອກແບບລັກສະນະໃດ ເຊັ່ນ: ແບບທັນສະໄໝ, ແບບປະຍຸກ ຫຼື ເສື້ອຜ້າທີ່ເປັນລັກສະນະບູຮານ
-
ໝັ່ນເຝິກທັກສະດ້ານພາສາ ເພາະພາສາອັງກິດຈະສາມາດຊ່ວຍໃຫ້ຄົ້ນຫາຂໍ້ມູນກ່ຽວກັບການອອກແບບເປັນພາສາຕ່າງປະເທດໄດ້ງ່າຍ ແລະ ມີໂອກາດໃນການເຮັດວຽກກັບຕ່າງປະເທດ
ຊ່ວງເວລາໃນການເຮັດວຽກ
-
ຂຶ້ນກັບຕົນເອງກໍານົດ
-
ຖ້າເຮັດວຽກໃຫ້ກັບສະຖານທີ່ປະກອບການ ແມ່ນຂຶ້ນກັບສະຖານທີ່ປະກອບການນັ້ນກໍານົດ




