top of page
ສະຖາປະນິກ
ນິຍາມອາຊີບ
ສະຖາປະນິກ ແມ່ນຜູ້ທີ່ອອກແບບອາຄານປະເພດຕ່າງໆໃຫ້ສວຍງາມ ແລະ ສອດຄ່ອງກັບພູມສັນຖານ, ດິນຟ້າອາກາດ, ກົດໝາຍ, ການນຳໃຊ້ຄວາມຮູ້, ຄວາມສາມາດທາງດ້ານສິລະປະ ແລະ ເຕັກນິກ ໂດຍຄຳນຶງເຖິງຄວາມເປັນໄປໄດ້ຂອງພື້ນທີ່, ປະຢັດຄ່າໃຊ້ຈ່າຍໃນການກໍ່ສ້າງ ແລະ ພະລັງງານ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ອາໄສ ແລະ ຜູ້ໃຊ້ອາຄານ.
ການເຮັດວຽກ
ລັກສະນະວຽກ
ວຽກສະຖາປະນິກ ແມ່ນອາຊີບນັກອອກແບບ ແຕ່ແຕກຕ່າງຈາກນັກອອກແບບ ຄືຕ້ອງໄດ້ຮູ້ຄິດໄລ່ທາງດ້ານໂຄງສ້າງໄປນໍາ. ໃນປັດຈຸບັນ, ແມ່ນມີໂປຣແກຣມຊ່ວຍໃນການອອກແບບ ເຮັດໃຫ້ການອອກແບບສໍາລັບສະຖາປະນິກແມ່ນສະດວກສະບາຍຂຶ້ນ. ການເຮັດວຽກຂອງສະຖາປະນິກແມ່ນຂຶ້ນກັບບໍລິສັດ ຫຼື ບຸກຄົນນັ້ນໆ ແຕ່ສິ່ງທີ່ຄືກັນແມ່ນການອອກແບບໃຫ້ກົງກັບຄວາມຕ້ອງການຂອງລູກຄ້າ. ພິເສດ, ອາຊີບສະຖາປະນິກແມ່ນຈະໄດ້ໃຊ້ຄວາມຄິດສ້າງສັນຫຼາຍ ແລະ ຈະຕ້ອງໄດ້ມີແຮງບັນດານໃຈໃນການອອກແບບຕຶກ ຫຼື ສະຖານທີ່ໜຶ່ງໆອອກມາ ເພື່ອຕຶກໆນັ້ນຈະໄດ້ແປກໃໝ່ ແລະ ບໍ່ຊ້າກັບຜົນງານຂອງສະຖາປະນິກຄົນອື່ນ.
ວຽກສະຖາປັດຈະມີວຽກຍ່ອຍລົງໄປອີກເຊັ່ນ:
- ນັກແຕ້ມແບບ (Daft man)
- ຜູ້ອອກແບບໂມເດວ (Model Making)
- ອື່ນໆ
ໜ້າທີ່ຮັບຜິດຊອບ
-
ບັນທຶກລາຍລະອຽດຂອງຄວາມຕ້ອງການຂອງລູກຄ້າ ເພື່ອອອກແບບໃຫ້ກົງຕາມຄວາມຕ້ອງການຂອງລູກຄ້າ
-
ການອອກແບບຂັ້ນພື້ນຖານ, ຄິດໄລ່ການອອກແບບ, ເລືອກວັດສະດຸທີ່ມີຄຸນນະພາບທີ່ເໝາະສົມ ແລະ ໃຫ້ຜົນປະໂຫຍດສູງສຸດແກ່ລູກຄ້າ
-
ອອກແບບລາຍລະອຽດຕ່າງໆ ແລະ ຄິດໄລ່ລາຍຈ່າຍໃຫ້ເໝາະສົມກັບວຽກ
-
ສ້າງແບບກໍ່ສ້າງ, ກະກຽມແບບ ແລະ ສົ່ງແບບທີ່ແຕ້ມໂດຍຊ່າງຂຽນແບບໃຫ້ລູກຄ້າພິຈາລະນາ, ເພື່ອດັດແປງ, ແກ້ໄຂ ແລະ ຕອບຄຳຖາມຂອງລູກຄ້າຮ່ວມກັບວິສະວະກອນ ເມື່ອດັດແປງສົມບູນແລ້ວ ຈຶ່ງສົ່ງແບບໄປຫາວິສະວະກອນເພື່ອກໍ່ສ້າງ
-
ເຮັດວຽກກັບວິສະວະກອນໃນລະຫວ່າງການກໍ່ສ້າງ ເພື່ອໃຫ້ໃຊ້ວັດສະດຸຕາມແບບທີ່ວາງໄວ້ຕາມເງື່ອນໄຂຂອງສັນຍາ
-
ໃຫ້ຄຳປຶກສາວິສະວະກອນ ແລະ ແກ້ໄຂບັນຫາທີ່ອາດເກີດຂຶ້ນຈາກການກໍ່ສ້າງ ແລະ ການຄິດໄລ່ຂອງວິສະວະກອນ
ສະຖານທີ່ເຮັດວຽກ
-
ບໍລິສັດຮັບເໝົາກໍ່ສ້າງ
-
ບໍລິສັດອອກແບບ
-
ບໍລິສັດອອກແບບຕົກແຕ່ງພາຍໃນ
-
ເຮັດອາຊີບອິດສະຫຼະ
ຜູ້ທີ່ຕ້ອງເຮັດວຽກຮ່ວມ
-
ລູກຄ້າ ຫຼື ເຈົ້າຂອງໂຄງການ
-
ວິສະວະກອນ
-
ຜູ້ຕິດຕໍ່ປະສານງານລະຫວ່າງທີມ
-
ຜູ້ຮັບເໝົາກໍ່ສ້າງ
-
ຜູ້ຮັບເໝົາຕົກແຕ່ງພາຍໃນ
ທາງເລືອກອາຊີບ
-
ການເປັນສະຖາປະນິກ ແມ່ນສາມາດເລືອກໄດ້ວ່າຢາກເຮັດໃຫ້ກັບບໍລິສັດ ຫຼື ເຮັດອາຊີບອິດສະຫຼະ ໂດຍທີ່ຫາລູກຄ້າເອງ ແລະ ອອກແບບຕ່າງໆດ້ວຍຕົນເອງທັງໝົດ ໂດຍທີ່ບໍ່ມີທີມງານຊ່ວຍ
-
ນອກຈາກການອອກແບບເຮືອນ, ຮ້ານອາຫານ ຫຼື ສະຖານທີ່ອື່ນໆທີ່ເປັນໂຄງສ້າງແລ້ວ ສະຖາປະນິກຍັງສາມາດຫາລາຍໄດ້ເພີ່ມຈາກການອອກແບບກຣາຟຟິກຕ່າງໆ. ຢ່າງໃດກໍຕາມ, ກໍຂຶ້ນກັບສະຖາປະນິກວ່າຈະສາມາດບໍລິຫານເວລາແນວໃດ
ຄວາມກ້າວໜ້າທາງດ້ານອາຊີບ
ການເຕີບໂຕທາງດ້ານອາຊີບ
-
ສາມາດເຮັດວຽກໃນຕ່າງປະເທດໄດ້ ຖ້າຫາກວ່າມີຄວາມຮູ້ດ້ານພາສາຕ່າງປະເທດ
-
ເງິນເດືອນຂຶ້ນຕາມຄວາມຊໍານານ ແລະ ປະສົບການ
-
ມີໂອກາດໃນການເລື່ອນຂັ້ນເປັນວິສະວະກອນໄຟຟ້າ ແລະ ສາມາດສຶກສາຕໍ່ ເພື່ອລົງເລິກໃນສາຍອາຊີບ ແລະ ຍົກລະດັບການສຶກສາໄດ້
ຂັ້ນລາຍໄດ້
ອີງຕາມບົດສໍາຫຼວດເງິນເດືອນໂດຍບໍລິສັດ 108 Jobs ທີ່ຈັດການສໍາຫຼວດໃນປີ 2022 ໄດ້ໃຫ້ຮູ້ວ່າອາຊີບສະຖາປະນິກໂດຍສະເລ່ຍແລ້ວມີຂັ້ນລາຍໄດ້ທີ່ຂຶ້ນກັບປະສົບການດັ່ງນີ້ຄື:
-
ຈົບໃໝ່ ເງິນເດືອນເລີ່ມຕົ້ນສະເລ່ຍທີ່ 3.800.000 ກີບ
-
ປະສົບການເຮັດວຽກ 1-3 ປີ ເງີນເດືອນສະເລ່ຍ 4.500.000 ກີບ
-
ປະສົບການເຮັດວຽກ 4-6 ລາຍໄດ້ສະເລ່ຍ 5.250.000 ກີບ
-
ປະສົບການເຮັດວຽກ 7 ປີຂຶ້ນໄປສະເລ່ຍ 6.600.000 ກີບ
ເງິນເດືອນພື້ນຖານ
ອີງຕາມກົດໝາຍແຮງງານລາວ ເງິນເດືອນພື້ນຖານແມ່ນ 1.300.000 ກີບ. ແຕ່ຜົນການສໍາຫຼວດຫຼັງຈາກຮຽນຈົບ ເງິນເດືອນເລີ່ມຕົ້ນແມ່ນ 3.000.000 - 5.000.000 ກີບ
ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ
ສະຖາປະນິກ ແມ່ນເປັນຄວາມຕ້ອງການຂອງຕະຫຼາດ ເພາະ ສ.ປ.ປລາວ ເປັນປະເທດທີ່ກຳລັງພັດທະນາ ເຮັດໃຫ້ມີໂຄງການຕ່າງໆເກີດຂຶ້ນໄດ້ສະເໝີ. ດັ່ງນັ້ນ, ຖ້າເຮັດອາຊີບນີ້ກໍຍາກທີ່ຈະວ່າງງານ ແຕ່ກໍຂຶ້ນກັບບຸກຄົນວ່າຈະມີຄວາມຮູ້ຄວາມສາມາດຫຼາຍໜ້ອຍພຽງໃດ ແລະ ສາມາດຮັກສາຖານລູກຄ້າຂອງຕົນເອງແນວໃດ.
ຂໍ້ດີ ແລະ ຂໍ້ເສຍ
ຂໍ້ດີ
-
ໂຄງການອອກແບບໜຶ່ງໆຂອງສະຖາປະນິກແມ່ນມີລາຄາສູງ ແລະ ລາຍໄດ້ຫຼາຍ
-
ເປັນວຽກທີ່ໄດ້ຮັບເຄືອຂ່າຍທາງດ້ານວຽກງານໃໝ່ເລື້ອຍໆ
-
ນັກສະຖາປະນິກສາມາດໃຊ້ຄວາມຄິດ ແລະ ຈິນຕະນາການຂອງຕົນເອງໃນການສ້າງສະພາບແວດລ້ອມອ້ອມຂ້າງເຊັ່ນ: ຕຶກອາຄານ ແລະ ສວນຕ່າງໆໃຫ້ໜ້າຢູ່ຫຼາຍຂຶ້ນ
-
ອາຊີບສະຖາປະນິກໄດ້ມີການຮ່ວມມືກັບສາຍອາຊີບຕ່າງໆທີ່ໜ້າສົນໃຈເຊັ່ນ: ນັກຕົກແຕ່ງພາຍໃນ, ນັກອອກແບບກຣາຟຟິກ ແລະ ອື່ນໆ ເຊິ່ງສາມາດຮຽນຮູ້ຜ່ານການຮ່ວມງານໄດ້
ຂໍ້ເສຍ
-
ເປັນວຽກທີ່ຕ້ອງໃຊ້ຄວາມຄິດ, ຈິນຕະນາການຂ້ອນຂ້າງຫຼາຍ ເຮັດໃຫ້ສະຖາປະນິກມີຄວາມກົດດັນບາງຄັ້ງ ເພາະຜົນງານຕ້ອງເປັນຜົນງານໃໝ່ ແລະ ນັກສະຖາປັດຕ້ອງຊອກຫາແຮງບັນດານໃຈໃໝ່ໆເລື້ອຍໆ
-
ຖ້າຫາກວ່າເຮັດອາຊີບສະຖາປະນິກອິດສະຫຼະ ລາຍໄດ້ແຕ່ລະເດືອນແມ່ນບໍ່ຕາຍໂຕ ເພາະຂຶ້ນກັບວ່າເດືອນໃດມີໂຄງການ ຫຼື ບໍ່ມີ
ຄຸນສົມບັດທີ່ເໝາະສົມກັບອາຊີບ
-
ມີຄວາມລະອຽດຮອບຄອບ
-
ມີຄວາມຄິດລິເລີ່ມສ້າງສັນ
-
ໝັ່ນສຶກສາຫາຄວາມຮູ້ໃນວິຊາຊີບ
-
ເຮັດວຽກພາຍໃຕ້ຄວາມກົດດັນໄດ້ດີ
-
ມີຄວາມຮັບຜິດຊອບສູງ
ທັກສະທີ່ເໝາະສົມກັບອາຊີບ
-
ມີທັກສະດ້ານການວິເຄາະ
-
ມີທັກສະດ້ານສິລະປະ
-
ມີທັກສະໃນການສື່ສານ
-
ມີທັກສະການຈັດການ
-
ມີທັກສະຄວາມຊຳນານສະເພາະທາງ
-
ມີທັກສະການເບິ່ງເຫັນ visual ການມະໂນພາບຂອງອາຄານ
ຄຸນຄ່າຂອງອາຊີບ
ເນື່ອງຈາກອາຊີບສະຖາປະນິກສາມາດຄວບຄຸມສາຂາຕ່າງໆຕັ້ງແຕ່ການວາງແຜນ, ການອອກແບບທຸກຢ່າງທີ່ຈຳເປັນໃນສັງຄົມ; ສະນັ້ນ, ຫາກຂາດອາຊີບສະຖາປະນິກໄປໂຄງສ້າງຂອງເມືອງອາດຈະຫຍຸ້ງຍາກ ຫຼື ສິ່ງປຸກສ້າງ, ສະພາບແວດລ້ອມກໍຈະຂາດຫາຍໄປ; ເພາະສະນັ້ນ, ອາຊີບນີ້ເປັນອາຊີບທີ່ສຳຄັນ ແລະ ຂາດບໍ່ໄດ້.
ຊ່ອງທາງການສຶກສາເພີ່ມເຕີມ
ສະຖາບັນການສຶກສາທີ່ສາມາດໄປສຶກສາໄດ້ ປະກອບມີ:
-
ຄະນະສະຖາປັດຕະຍະກຳ, ມະຫາວິທະຍາໄລແຫ່ງຊາດລາວ
-
ອື່ນໆ
ຂໍ້ມູນເພີ່ມເຕີມກ່ຽວກັບອາຊີບນີ້ ສາມາດຫາເບິ່ງໄດ້ຈາກ Youtube, Google, Internet. ນອກນັ້ນ, ຍັງສາມາດສຶກສາໄດ້ຜ່ານໜັງສື ແລະ ວາລະສານອື່ນໆທີ່ກ່ຽວກັບສະຖາປັດ. ທີ່ສໍາຄັນທີ່ຂາດບໍ່ໄດ້ແມ່ນ ສະຖາປະນິກຈະຕ້ອງໄດ້ເດີນທາງອອກໄປເບິ່ງສະຖານທີ່ຕ່າງໆ ເພື່ອສຶກສາ ແລະ ຫາແຮງບັນດານໃຈ, ເບິ່ງວິທີການອອກແບບຂອງຕຶກອາຄານຕ່າງໆເພື່ອເປັນຄວາມຮູ້ໃນການຮຽນສະຖາປັດ.
ອາຊີບທີ່ໃກ້ຄຽງ
-
ນັກອອກແບບຕົກແຕ່ງພາຍໃນ
-
ວິສະວະກອນກໍ່ສ້າງ
-
ນັກອອກແບບເສື້ອຜ້າ
-
ນັກອອກແບບກຣາຟຟິກ
-
ນັກແຕ້ມຮູບ
ຄໍາແນະນໍາການພັດທະນາຕົນເອງ
-
ເຝິກຝົນທັກສະດ້ານຄະນິດສາດ ແລະ ການແຕ້ມຮູບ
-
ມີວິໄນກັບຕົນເອງໂດຍສະເພາະແມ່ນການເຮັດວຽກ
-
ເຝິກຊ້ອມດ້ານການໃຊ້ໂປຣແກຣມໃນການອອກແບບຕ່າງໆກ່ອນການຮຽນສາຍນີ້ຈະເປັນການດີ
-
ເຝິກຊ້ອມດ້ານຄວາມຄິດສ້າງສັນ, ສຶກສາວ່າມີບັນຫາຫຍັງເກີດຂຶ້ນໃນສັງຄົມ ແລະ ຕົນເອງຢາກແກ້ໄຂບັນຫາທີ່ເກີດຂຶ້ນນັ້ນແນວໃດຜ່ານທາງສະຖາປັດຕະຍະກໍາ
ຊ່ວງເວລາໃນການເຮັດວຽກ
-
ຂຶ້ນກັບໜ້າວຽກຂອງແຕ່ລະຄົນ, ບາງຄົນບໍລິສັດເປັນຄົນກໍານົດ, ບາງຄົນແມ່ນຕົນເອງເປັນຄົນກໍານົດ
bottom of page




