top of page

ຊ່າງກໍ່ສ້າງ

ນິຍາມອາຊີບ

ຊ່າງກໍ່ສ້າງ ໝາຍເຖິງຜູ້ທີ່ມີຄວາມຊໍານານໃນການກໍ່ສ້າງ ເຊິ່ງອີງຕາມການອອກແບບຂອງນັກສະຖາປະນິກ ແລະ ວິສະວະກອນໂຍທາ ເຊັ່ນ: ອາຄານບ້ານເຮືອນ, ຫ້ອງການ, ຂົວທາງ, ເຂື່ອນ ແລະ ໂຄງການກໍ່ສ້າງຕ່າງໆໃຫ້ມີຄວາມໝັ້ນຄົງ ແລະ ປອດໄພແກ່ຜູ້ທີ່ຢູ່ອາໄສ.   

ການເຮັດວຽກ

ລັກສະນະວຽກ

  ລັກສະນະວຽກຂອງຊ່າງກໍ່ສ້າງ ແມ່ນເປັນວຽກທີ່ໃຊ້ພະລະກໍາລັງ, ເທັກນິກ ແລະ ຄວາມອົດທົນເຂົ້າໃນການເຮັດວຽກ. ນອກນັ້ນ, ວຽກຂອງຊ່າງກໍ່ສ້າງສ່ວນໃຫຍ່ແມ່ນເປັນວຽກໂຄງການ ແລະ ໄດ້ມີການປ່ຽນສະຖານທີ່ເຮັດວຽກເລື້ອຍໆ ເຊັ່ນ: ເມື່ອຊ່າງຮັບເໝົາກໍ່ສ້າງຮັບໂຄງການມາ ກໍໍຕ້ອງໄດ້ໄປເຮັດຕາມສະຖານທີ່ຕ່າງໆຕາມໂຄງການການກໍ່ສ້າງ ແລະ ເມື່ອໂຄງການສິ້ນສຸດ ກໍຕ້ອງໄດ້ປ່ຽນສະຖານທີ່ເຮັດວຽກໃໝ່.

ໜ້າທີ່ຮັບຜິດຊອບ



    ລວມທີມ ເພື່ອຟັງການແນະນໍາຈາກຜູ້ຮັບເໝົາກໍ່ສ້າງ


    ເຮັດວຽກຕາມໜ້າທີ່ຂອງຕົນເອງ ເຊັ່ນ: ປະສົມປູນ, ກໍ່ສ້າງ, ໂບກສາບຜະໜັງກໍາແພງ, ປະກອບໄມ້ເຂົ້າໃນການກໍ່ສ້າງ ແລະ ອື່ນໆ 


    ເກັບລາຍລະອຽດຂອງການກໍ່ສ້າງ


    ຖ້າຫາກວ່າການກໍ່ສ້າງທີ່ບໍ່ໃຫຍ່ ຊ່າງກໍ່ສ້າງກໍຈະເປັນຜູ້ທີ່ແລ່ນໄຟ ແລະ ເດີນສາຍໄຟພາຍໃນເຮືອນ

ສະຖານທີ່ເຮັດວຽກ



    ບໍລິສັດຮັບເໝົາກໍ່ສ້າງ


    ອິດສະຫຼະ ບໍ່ຂຶ້ນກັບບໍລິສັດໃດ ແຕ່ຂຶ້ນກັບບາງໂຄງການກໍ່ສ້າງ

ຜູ້ທີ່ຕ້ອງເຮັດວຽກຮ່ວມ



    ເຈົ້າຂອງໂຄງການ ຫຼື ເຈົ້າຂອງສະຖານທີ່


    ສະຖາປະນິກ ແລະ ວິສະວະກອນໂຍທາ


    ຜູ້ຮັບເໝົາ ແລະ ຜູ້ຄຸມງານກໍ່ສ້າງ


    ຊ່າງກໍ່ສ້າງຄົນອື່ນໆ


    ຊ່າງໄຟຟ້າ

ທາງເລືອກອາຊີບ



    ສາມາດເລືອກເຮັດເປັນອາຊີບຫຼັກໃນການຫາລ້ຽງຕົນເອງ ແລະ ຄອບຄົວ


    ສາມາດເລືອກເປັນອາຊີບສໍາຮອງ ເພື່ອຫາລາຍໄດ້ເສີມໄດ້. ຕົວຢ່າງ: ອາຊີບຫຼັກເປັນຊາວກະສິກອນ ຫຼື ອາຊີບອື່ນໆ ພໍໝົດລະດູໃນການເກັບກ່ຽວຜົນຜະລິດ ກໍຊອກວຽກເປັນຊ່າງກໍ່ສ້າງ ຫຼື ມື້ໃດທີ່ວ່າງກໍສາມາດຊອກຮັບຈ້າງກໍ່ສ້າງໄດ້ ເພາະລາຍໄດ້ສ່ວນໃຫຍ່ແມ່ນໄລ່ເປັນລາຍມື້

ຄວາມກ້າວໜ້າທາງດ້ານອາຊີບ

ຂັ້ນລາຍໄດ້

 ເລີ່ມຕົ້ນສະເລ່ຍທີ່ 1.750.000 ກີບ
-     ປະສົບການເຮັດວຽກ 1-3 ປີ ເງີນເດືອນສະເລ່ຍ 2.150.000 ກີບ
-     ປະສົບການເຮັດວຽກ4-6 ລາຍໄດ້ສະເລ່ຍ 2.400.000 ກີບ

ເງິນເດືອນພື້ນຖານ

ອີງຕາມກົດໝາຍແຮງງານລາວ ເງິນເດືອນພື້ນຖານແມ່ນ 1.300.000 ກີບ ແຕ່ຜົນການສໍາຫຼວດເລີ່ມຕົ້ນແມ່ນ 1.500.000 -​ 2.000.000 ກີບ. ຢ່າງໃດກໍຕາມ, ສ່ວນໃຫຍ່ຊ່າງກໍ່ສ້າງແມ່ນຈະມີລາຍໄດ້ເປັນມື້ ມື້ລະ 100.000 ກີບ.

ແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ

ໃນລະຫວ່າງຂະບວນການພັດທະນາປະເທດກໍໄດ້ມີໂຄງການກໍ່ສ້າງຫຼາຍໂຄງການ ເພື່ອນໍາໃຊ້ເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ແລະ ອື່ນໆ. ​ສະນັ້ນ, ຊ່າງກໍ່ສ້າງຈຶ່ງແມ່ນຜູ້ທີ່ສັງຄົມມີຄວາມຕ້ອງການ ເພາະວ່າການກໍ່ສ້າງຕຶກອາຄານຕ່າງໆ ເຊັ່ນ: ໂຮງໝໍ, ໂຮງຮຽນ, ໂຮງແຮມ, ຫ້ອງການ, ເຂດເສດຖະກິດພິເສດ ແລະ ສະຖານທີ່ອື່ນໆກໍລ້ວນແລ້ວແຕ່ຕ້ອງການອາຊີບນີ້ ເພື່ອໃຫ້ມີສະຖານທີ່ຕ່າງໆໃນການອໍານວຍຄວາມສະດວກໃນຊີວິດປະຈໍາວັນ.

ຂໍ້ດີ ແລະ ຂໍ້ເສຍ

ຂໍ້ດີ



    ເປັນອາຊີບທີ່ມີຄວາມຕ້ອງການຫຼາຍ ເນື່ອງຈາກການກໍ່ສ້າງມັກມີຢູ່ເລື້ອຍໆບໍ່ວ່າຈະເປັນເຮືອນ, ຕຶກອາຄານ, ເຂື່ອນ, ຂົວທາງ ແລະ ອື່ນໆ


    ເປັນອາຊີບທີ່ບໍ່ໄດ້ໃຊ້ວຸດທິການສຶກສາເຂົ້າໃນການເຮັດວຽກ


    ໄດ້ຮັບຄ່າແຮງງານເປັນລາຍມື້ (ສ່ວນໃຫຍ່)

ຂໍ້ເສຍ



    ອາຊີບນີ້ເປັນອາຊີບທີ່ຕ້ອງມີຄວາມອົດທົນຫຼາຍ ເນື່ອງຈາກເປັນອາຊີບທີ່ຕ້ອງໃຊ້ກຳລັງແຮງງານເປັນຫຼັກ ແລະ ຕ້ອງໄດ້ຕາກແດດ ເຮັດໃຫ້ເກີດອາການອິດເມື່ອຍໄດ້


    ເປັນອາຊີບທີ່ຕ້ອງໄດ້ສ່ຽງກັບສານເຄມີ ເຊັ່ນ: ປູນ, ຝຸ່ນຊີມັງ ຖ້າສູດດົມເຂົ້າໄປກໍສ່ຽງເປັນພະຍາດທາງເດີນຫາຍໃຈໄດ້


    ເປັນວຽກທີ່ຂ້ອນຂ້າງມີຄວາມສ່ຽງ ເພາະຕ້ອງເຮັດວຽກໃນຕຶກອາຄານທີ່ສູງ

ຄຸນສົມບັດທີ່ເໝາະສົມກັບອາຊີບ



    ມີໃຈຮັກດ້ານການກໍ່ສ້າງ


    ມີຮ່າງກາຍແຂງແຮງດີ


    ມີຄວາມມານະອົດທົນ, ສາມາດເຮັດວຽກໜັກ ແລະ ສາມາດເຮັດວຽກກາງແດດໄດ້


    ບໍ່ຢ້ານຄວາມສູງ


    ມີຄວາມຮັບຜິດຊອບ

ທັກສະທີ່ເໝາະສົມກັບອາຊີບ



    ທັກສະດ້ານຄວາມຊໍານານ ແລະ ປະສົບການດ້ານການກໍ່ສ້າງ


    ທັກສະຄວາມຮູ້ດ້ານການກໍ່ສ້າງ ເຊັ່ນ: ຂັ້ນຕອນ, ວິທີການຕ່າງໆນັບຕັ້ງແຕ່ປະສົມປູນຂຶ້ນມາ


    ທັກສະການແກ້ບັນຫາສະເພາະໜ້າ


    ທັກສະດ້ານການປັບໂຕ ເພາະຕ້ອງໄດ້ປ່ຽນສະຖານທີ່ເຮັດວຽກເລື້ອຍໆ (ໄດ້ໄປກໍ່ສ້າງໃນສະຖານທີ່ໃໝ່ໆ)

ຄຸນຄ່າຂອງອາຊີບ

ເຖິງວ່າອາຊີບນີ້ອາດຈະມີລາຍຮັບບໍ່ສູງຄືອາຊີບອື່ນ ແຕ່ບໍ່ໄດ້ໝາຍຄວາມວ່າໃຜໆກໍຈະເຮັດອາຊີບນີ້ໄດ້. ຊ່າງກໍ່ສ້າງຖືວ່າເປັນຫົວໃຈສໍາຄັນໃນການສ້າງເຮືອນ, ຕຶກອາຄານ, ຖະໜົນຫົນທາງ ແລະ ການກໍ່ສ້າງອື່ນໆໃຫ້ເຮົາຢູ່ໄດ້ຢ່າງປອດໄພ ແລະ ມີປະສິດທິພາບ, ຖ້າວ່າຂາດອາຊີບນີ້ ເຮົາທຸກຄົນກໍອາດຈະບໍ່ມີຕຶກອາຄານ ຫຼື ບ້ານເຮືອນງາມໆຢູ່. ອາຊີບນີ້ມີຄຸນຄ່າຫຼາຍ ເຊິ່ງຢາກໃຫ້ສັງຄົມ ແລະ ຜູ້ປະກອບອາຊີບນີ້ເຫັນຄຸນຄ່າຂອງໜ້າວຽກນີ້.

ຊ່ອງທາງການສຶກສາເພີ່ມເຕີມ

ອາຊີບນີ້ບໍ່ມີສະຖາບັນໃດທີ່ສອນກ່ຽວກັບວຽກງານກໍ່ສ້າງເທື່ອ. ຢ່າງໃດກໍຕາມ, ເຮົາສາມາດສຶກສານໍາອິນເຕີເນັດ ແລະ ຜູ້ປະກອບອາຊີບນີ້ໂດຍກົງ.

ອາຊີບທີ່ໃກ້ຄຽງ



    ຊ່າງໄມ້


    ຊ່າງເພດານ


    ຜູ້ຮັບເໝົາກໍ່ສ້າງ

ຄໍາແນະນໍາການພັດທະນາຕົນເອງ



    ໝັ່ນສຶກສາເລື່ອງໂຄງສ້າງຕຶກ, ອາຄານທີ່ສ້າງ ເພື່ອຈະໄດ້ເຂົ້າໃຈເວລາລົງມືເຮັດຕົວຈິງ 


    ສຶກສາເລື່ອງອຸປະກອນໃນການໃຊ້ງານ


    ໝັ່ນອອກກຳລັງກາຍ ເພື່ອເວລາໄປເຮັດວຽກຈະສາມາດຮັບມືໄດ້ດີ

ຊ່ວງເວລາໃນການເຮັດວຽກ



    ຖ້າເຮັດວຽກຢູ່ບໍລິສັດຮັບເໝົາ ກໍເຂົ້າຕາມໂມງເຮັດວຽກທົ່ວໄປ 8:00 - 17:00


    ຖ້າເປັນຮັບຈ້າງອິດສະຫຼະໃນບາງມື້ທີ່ຕົນເອງວ່າງ ກໍຂຶ້ນຕາມການຕົກລົງຂອງຜູ້ຈ້າງ

ທ່ານສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນຂ່າວສານ ຫຼື ລາຍລະອຽດກ່ຽວກັບການບໍລິການເພີ່ມເຕີມ

ທີ່ຢູ່

ຖະໜົນດົງປາຍນາ
ບ້ານສະພານທອງເໜືອ 
ເມືອງສີສັດຕະນາກ 
ນະຄອນຫຼວງວຽງຈັນ

ເບີໂທຕິດຕໍ່: 020 54129234
Khemthitcareer@gmail.com

Learning4lee@gmail.com

ໂມງລັດຖະການ

ຈັນ-ສຸກ : 8:00-​17:00

  • Whatsapp
  • Facebook
  • Youtube
  • TikTok

ສົນໃຈຕິດຕໍ່ເພື່ອສອບຖາມລາຍລະອຽດ

ຂອບໃຈທີ່ສົ່ງຂໍ້ຄວາມຫາພວກເຮົາ

ໂຄຄູນ ໂດຍ ເຂັມທິດອາຊີບ

bottom of page